ເມືອງພູກູດ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ

  ວັນທີ 6 ສິງຫາ 2020 ທີ່ສະໂມສອນເມືອງພູກູດ ແຂວງຊຽງຂວາງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ດວງໄຊ ທໍ່ຢ່າບຼົ່ງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ອຳຄາ ບຸນມາປັນຍາວົງ ຮອງເລຂາພັກເມືອງ, ທ່ານ ຫຼ້າ ວັນທອງ ຄະນະປະຈໍາພັກເມືອງປະທານແນວລາວສ້າງຊາດເມືອງ,ມີບັນດາຄະນະປະຈໍາພັກເມືອງ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງຂອງເມືອງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
  ທ່ານ ອຳຄາ ບຸນມາປັນຍາວົງ ໄດ້ເລົ່າຄືນປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດມາເປັນເວລາປີ 70 (13 ສິງຫາ 1950-13 ສິງຫາ 2020) ຊຶ່ງໄດ້ເເບ່ງອອກເປັນ 3 ໄລຍະປະຫວັດສາດຄື: ໄລຍະທີ 1; 13 ສິງຫາ 1950 ກອງປະຊຸມ ໃຫຍ່ຜູ້ແທນລາວຕໍ່ຕ້ານໄດ້ໄຂຂຶ້ນທີ່ແຂວງຕວຽນກວາງ ສສ ຫວຽດນາມ ແລະໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃສ່ຊື່ວ່າ: “ແນວລາວອິດສະຫຼະ” ໂດຍແມ່ນສະເດັດເຈົ້າສຸພານຸວົງເປັນປະທານຊຶ່ງເຮັດບົດບາດນໍາພາເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເຮັດສຳເລັດພາລະກໍາປະຫວັດສາດອັນສະຫງ່າອົງອາດໃນການປົດປ່ອຍປະເທດຊາດອອກຈາກແອກລ່າເມືອງຂຶ້ນແບບເກົ່າ, ບັງຂັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງເຊັ່ນສັນຍາເຊີແນວປີ 1954, ຍອມຮັບຮູ້ເອກະລາດອໍານາດອະ ທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງລາວ; ມາໃນວັນທີ 6 ກັນຍາ 1956 ທີ່ບ້ານເລີຍຕາແສງເມືອງພູນ, ເມືອງໂສຍແຂວງຫົວພັນແນວລາວອິດສະຫຼະໄດ້ເປີດກອງປະຊຸມ ໃຫຍ່ຄັ້ງທີ II ຂຶ້ນ ແລະໄດ້ປ່ຽນຊື່ “ແນວລາວອິດສະຫຼະ” ມາເປັນ “ແນວລາວຮັກຊາດ” ໂດຍແມ່ນສະເດັດເຈົ້າສຸພານຸວົງເປັນປະທານພາຍຫຼັງທີ່ປະເທດ ຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະໄດ້ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະເຫັນໄດ້ວ່າປະ ເທດຊາດມີສະຖຽນລະພາບໝັ້ນຄົງ ແລະຢູ່ໃນໄລຍະການປ່ຽນແປງໃໝ່ກ້າວເດີນຕາມສັງຄົມນິຍົມໂດຍປະຕິບັດຕາມສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະສ້າງ ສາພັດທະນາປະເທດຊາດ.


ມາໃນວັນທີ 16-20 ກຸມພາ 1979 ຄະນະກໍາມະການແນວລາວຮັກຊາດໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ IV ຂຶ້ນຢູ່ທີ່ສະໂມສອນໜອງບອນນະຄອນຫຼວງວຽງຈັນ ແລະ ກອງປະຊຸມໄດ້ມີມະຕິຕົກລົງປ່ຽນຊື່ “ແນວລາວຮັກຊາດ” ມາເປັນ “ແນວລາວສ້າງຊາດ” ໃນປະຈຸບັນ.

------------

ຂ່າວ: ຟ້າ, #ຫນັງສືພິມເສດຖະກິດສັງຄົມ