ປູກພືດປະສົມປະສານສ້າງລາຍຮັບ 30 ລ້ານກີບຕໍ່ປີ

 ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມພ້ອມດ້ວຍທ່ານ ຄໍາພູມີ ກຸນລະວົງ ຮອງຫົວໜ້າຫ້ອງການກະສີກຳ-ປ່າໄມ້ເມືອງ,ທ່ານ ມີໄຊກອນ ພົມອາມາດ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງທັງແມ່ນຮອງຫົວໜ້າຈຸດສຸມຖໍ້າພວງ, ລົງແນະນໍາຊຸກຍູ້ຄອບຄົວຕົວແບບໃນການປູກ -ການລ້ຽງໄດ້ເປັນພື້ນຖານໃນການສ້າງເສດຖະກິດຄອບຄົວເປັນການສ້າງລາຍຮັບໃຫ້ຄອບຄົວຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວດັ່ງຄອບຄົວຂອງ ພໍ່ເປີ້ນ ແກ້ວມີສີ ປະຊາຊົນບ້ານພູຖໍ້າພວງ ເມືອງລະຄອນເພັງ ແຂວງສາລະວັນ ຊຶ່ງເປັນຄອບຄົວຕົວແບບດ້ານການກະເສດປະສົມປະສານດ້ວຍການປູກຕົ້ນໝາກຮຸ່ງປະມານ 900 ຕົ້ນ, ຕົ້ນໝາກເຜັດ, ຕົ້ນກ້ວຍ, ໝໍ່ໄມ້ລືມແລງ, ໝໍ່ໄມ້ກີມຊຸງ ແລະ ປູກຕົ້ນຢາງພາລາ 1.300 ຕົ້ນ ໃນເນື້ອທີ່ປະມານ 2 ເຮັກຕາ, ຍ້ອນຄວາມມັກຮັກໃນການປູກ-ການ ລ້ຽງຄອບຄົວຂອງ ພໍ່ເປີ້ນ ແກ້ວມີສີ ຈຶ່ງຢຶດຖືການກະເສດປູກຝັງແບບປະສົມປະສານໂດຍບໍ່ໃຊ້ສານເຄມີ.


 ຈາກຜົນສຳເລັດດັ່ງກ່າວເກີດຂຶ້ນຍອດແນວທາງນະໂຍບາຍອັນຖືກຕ້ອງຂອງພັກໂດຍສະເພາະແມ່ນໄດ້ເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງອົງການປົກຄອງເມືອງລະຄອນເພັງ ກໍ່ຄືຫ້ອງການກະສີກຳ-ປ່າໄມ້ເມືອງໄດ້ແນະນໍາດ້ານວິຊາການໃນການປູກຝັງເປັນປະຈໍາບວກກັບຄວາມເປັນເອກະພາບຍາມບາກບັ່ນພະຍາຍາມ ແລະ ດຸໜັ່ນຂະ ຫຍັນພຽນຂອງສະມາຊິກພາຍໃນຄອບຄົວເພື່ອໃຫ້ຊີວິດການເປັນຢູ່ຂອງຄອບຄົວໄດ້ຮັບການຍົກລະດັບສູງຂຶ້ນໄປອີກ ແລະພ້ອມທີ່ຈະຖອດຖອນບົດຮຽນໃຫ້ແກ່ຄອບຄົວອື່ນພາຍໃນເມືອງເພື່ອເຮັດແນວໃດການຜະລິດເປັນສິນຄ້າຂອງປະຊາຊົນພາຍໃນເມືອງລະຄອນເພັງນັບມື້ນັບດີຂື້ນເລື້ອຍໆ.

--------------------