ລັດແຈ້ງດ່ວນໃຫ້ເພີ່ມທະວີມາດຕະການຕ້ານໂຄວິດ-19 ເຂັ້ມງວດກວ່າເກົ່າ

  ໃນສະພາບປະຈຸບັນເຫັນວ່າຍັງມີຄວາມສ່ຽງ ແລະສິ່ງທ້າທ້າຍທີ່ອາດຈະເກີດມີການລະບາດຂອງພະຍາດໂຄວິດ-19 ຂຶ້ນອີກຮອບໃໝ່ຍ້ອນສະພາບການລະບາດຢູ່ພາກພື້ນ ແລະໃນໂລກຍັງສືບຕໍ່ເພີ່ມຂຶ້ນ, ະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ເພີ່ມທະວີການປະຕິບັດຕາມມາດຕະການຈໍານວນໜຶ່ງໃຫ້ເຂັ້ມງວດກວ່າເກົ່າເພື່ອປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ-19 ຢູ່ລາວອີກຮອບໃໝ່, ໂດຍໃນວັນທີ 7 ສິງຫາ2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການດ່ວນທີ່ສຸດ ຊຶ່ງໄດ້ມອບໃຫ້ຄະນະສະເພາະກິດໂຄວິດ-19, ຂະແໜງການກ່ຽວຂ້ອງ ແລະທ້ອງຖິ່ນສືບຕໍ່ປະຕິບັດຢ່າງເຂັ້ມງວດບັນດາມາດຕະການທີ່ໄດ້ກໍານົດໄວ້ໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020 ແລະ ໃຫ້ເອົາໃຈໃສ່ຕື່ມດັ່ງນີ້:

  1. ມອບໃຫ້ກະຊວງປ້ອງກັນຄວາມສະເຫງົບສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນເພີ່ມທະວີການກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ, ກໍລະນີພົບເຫັນຜູ້ລັກລອບເຂົ້າເມືອງແບບບໍ່ຖືກ ຕ້ອງແມ່ນໃຫ້ນໍາຕົວໄປກວດຫາເຊື້ອແລ້ວກັກບໍລິເວນຢູ່ສູນທີ່ລັດກໍານົດ, ທັງໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກໍານົດ. ພ້ອມກັນນັ້ນກໍໃຫ້ປະກາດອອກຂ່າວສູ່ສັງຄົມເພື່ອຮັບຊາບຢ່າງກວ້າງຂວາງກ່ຽວກັບຜູ້ທີ່ລັກລອບເຂົ້າເມືອງນັ້ນ.

 2.​ ມອບໃຫ້ກະຊວງປ້ອງກັນຄວາມສະເຫງົບສົມທົບກັບນະຄອນຫຼວງວຽງຈັນ, ບັນດາແຂວງທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງຕິດຕາມ ແລະ ກວດກາບັນດາຮ້ານບັນເທີງ ແລະຮ້ານຄາຣາໂອເກະທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວແລ້ວນັ້ນ, ຖ້າກວດພົບເຫັນວ່າຮ້ານໃດຍັງລະເມີດ ແລະ ບໍ່ປະຕິບັດຕາມຄໍາສັ່ງຂອງລັດຖະບານແມ່ນໃຫ້ດໍາເນີນການຕັກເຕືອນ, ປັບໃໝຫາກຍັງມີການຝ່າຝືນຢູ່ແມ່ນໃຫ້ດໍາເນີນການລົງລ້າງໃນອະນຸຍາດການດໍາເນີນທຸລະກິດ ແລະລຶບລ້າງໃນທະບຽນວິສາຫະກິດຕາມຂັ້ນຕອນ.

  3. ໃຫ້ກະຊວງຕ່າງປະເທດສົມທົບກັບຄະນະສະເພາະກິດໂຄວິດ-19 ແລະພາກສ່ວນທີ່ກ່ຽວຂ້ອງສືບຕໍ່ກຽມຄວາມພ້ອມໃນການປະຕິບັດຊ່ອງທາງສີຂຽວ (Fast Track) ກັບ ສສ ຫວຽດນາມ ແລະ ສປ ຈີນ.

  4. ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ເພີ່ມທະວີການໂຄສະນາ, ປະຊາສໍາພັນ ແລະເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຖິງຄວາມອັນຕະລາຍ ແລະຄວາມສ່ຽງທີ່ຈະເກີດມີການລະບາດຂອງພະຍາດໂຄວິດ-19 ອີກຮອບໃໝ່, ພ້ອມທັງເປັນເຈົ້າການ ແລະ ມີສະຕິໃນການປະຕິບັດຕາມມາດຕະການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດດັ່ງກ່າວຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກໃນແຕ່ໄລຍະເພື່ອປ້ອງກັນຕົນເອງ, ຄອບຄົວ, ສັງຄົມ ແລະປະເທດຊາດໃຫ້ປອດຈາກການຕິດເຊື້ອຂອງພະຍາດໂຄວິດ-19, ພ້ອມກັນນັ້ນກໍໃຫ້ໂຄສະນາ ແລະ ເຜີຍແຜ່ການປະຕິບັດໜ້າທີ່ຂອງຄະນະສະເພາະກິດ ເພື່ອໃຫ້ສັງຄົມຮັບຮູ້ ແລະເຂົ້າໃຈທົ່ວເຖິງ.

____________

ຂ່າວ: ຟ້າ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ