ອິນເທລຍັງສະໜັບສະໜູນແອັບເປິ້ນກ່ອນແອັບເປິ້ນຈະໄປໃຊ້ຊິບເຊຕຕົນເອງ

 ຫຼັງຈາກທີ່ Apple ປະກາດຈະຫັນໄປໃຊ້ຊິບເຊຕຂອງຕົນເອງ” Apple Silicon”ທີ່ພັດທະນາບົນ ພື້ນຖານສະຖາປັດຕະຍະກຳ ARM ພາຍໃນ 2 ປີກໍອາດຈະເຮັດໃຫ້ Intel ຕ້ອງເສຍລູກຄ້າລາຍໃຫຍ່ ໄປອີກ 1 ລາຍ.

 ລ້າສຸດທາງ Intel ເອງກໍອອກມາຕອບແບບເຕັມໃຈກັບທາງ Apple Insider ວ່າ Intel ຍັງພ້ອມທີ່ຈະ ສະໜັບສະໜູນ Apple ຄືເກົ່າເຖິງ ວ່າອີກ 2 ປີຈະຫັນໄປໃຊ້ຊິບເຊຕ ຂອງຕົວເອງແລ້ວກໍຕາມເຮົາຈະຍັງສະໜັບສະໜູນ Apple ຄືເກົ່າ ຊຶ່ງ Intel ກໍໃຫ້ຄວາມເຫັນອີກວ່າພວກເຂົາຕ້ອງການມຸ່ງໄປທີ່ການ ເຈາະຕະຫຼາດ PC ເປັນຫຼັກຢູ່ຄືເກົ່າເພື່ອຄວາມກ້າວໜ້າທາງອຸດສາຫະກຳຄອມພິວເຕີພວກເຮົາຍັງເຊື່ອວ່າຄອມພິວເຕີທີ່ໃຊ້ງານຊິປຂອງ Intel ຄືຊິບເຊຕຄອມພິວເຕີພົກພາ Tiger Lake ຈະຍັງໃຫ້ປະສົບການທີ່ດີ ໃນລາຄາທີ່ກຸ້ມຄ່າສຳລັບການໃຊ້ ງານຂອງຜູ້ໃຊ້ງານທົ່ວໂລກ ແລະ ຍັງເດີນໜ້າພັດທະນາຕໍ່ໄປໃນຖາ ນະຜູ້ພັດທະນາແພລດຟອມແບບ Open Source.

 Apple ຈະເລີ່ມປ່ອຍອຸປະກອນ ທີ່ໃຊ້ງານຊິບ Apple Silicon ພາຍໃນທ້າຍປີນີ້ແຕ່ກໍບໍ່ແມ່ນອຸປະກອນທີ່ໃຜທົ່ວໄປກໍຊື້ໄດ້ແຕ່ເປັນ ໂຄງການໃນການເປີດໃຫ້ຢືມເພື່ອນັກພັດທະນາທົ່ວໄປໃຫ້ນຳໄປພັດທະນາຕົວໂປຣແກຣມມາລົງ mac OS ບົນສະຖາປັດຕະຍະກຳ ARM ນັ້ນເອງ.

--------

ໜັງສືພິມເສດຖະກິດ-ສັງຄົມ