ຄວາມເຊື່ອກ່ຽວກັບ “ນາງກວັກ”

  ຄວາມເຊື່ອເລື່ອງໂຊກ ແລະການເພິ່ງພາສິ່ງສັກສິດນັ້ນຖືວ່າເປັນສິ່ງທີ່ເຊື່ອຖືກັນມາແຕ່ສະໄໝບູຮານແລ້ວໂດຍສະເພາະຄວາມເຊື່ອກ່ຽວກັບເລື່ອງ “ນາງກວັກ” ກໍເຊັ່ນກັນເພາະເພິ່ນເຊື່ອວ່າ “ນາງກວັກ” ຈະຊ່ວຍໃຫ້ຜູ້ທີ່ໄດ້ຄອບຄອງມີໂຊກໃນການຄ້າຂາຍເພິ່ນຈະຊ່ວຍກວັກຊ່ວຍເອີ້ນເອົາເງິນຄໍາຊ່ວຍເອີ້ນລູກຄ້າໃຫ້ເຂົ້າມາຫາສະນັ້ນເມື່ອເຮົາເຂົ້າໄປໃນຮ້ານເກືອບວ່າທຸກຮ້ານເພິ່ນກໍຈະມີຮູບປັ້ນ “ນາງກວັກ” ຢູ່ໃນແທ່ນບູຊາຕາມຝາເຮືອນໂດຍຈະປິ່ນໜ້າໄປຫາປະຕູທາງເຂົ້າ, ນອກຈາກນັ້ນຢູ່ຕາມເຮືອນບາງຄົນກໍໄດ້ມີການນໍາເອົາຮູບປັ້ນ “ນາງກວັກ” ມາໄວ້ບູຊາຄືກັນນັ້ນກໍເພື່ອຄວາມເປັນສິຣິມຸງຄຸນ ແລະເພີ່ມຄວາມຮັ່ງມີໃຫ້ກັບຄອບຄົວນັ້ນເອງ.

  ກ່ຽວກັບປະຫວັດຄວາມເປັນມາຂອງ “ນາງກວັກ” ມີເລື່ອງເລົ່າວ່າ: ນາງກວັກມີຊື່ເດີມວ່ານາງ ສຸພາວະດີ ເປັນລູກສາວຄົນດຽວຂອງທ້າວ ສຸຈະພາມ ແລະນາງ ສຸມົນທາ ຄອບຄົວເປັນຊາວຄ້າຂາຍ, ຢູ່ມາມື້ໜຶ່ງພໍ່ຂອງ ນາງ ສຸພາວະດີ ໄດ້ຊື້ກວຽນມາເພື່ອເປັນພາຫະນະໃນການນໍາສິນຄ້າໄປຂາຍຕ່າງເມືອງ ແລະ ທຸກຄັ້ງທີ່ພໍ່ກັບແມ່ນໍາສິນຄ້າໄປຂາຍ ນາງ ສຸພາວະດີ ກໍໄດ້ຕິດຕາມໄປຕະຫຼອດ, ມີເທື່ອໜຶ່ງນາງໄດ້ມີໂອກາດຟັງທັມມະເທສະໜາຈາກພະກັດສະປະເຖຣະເຈົ້າຍ້ອນນາງເປັນຄົນທີ່ຕັ້ງໃຈຟັງທັມມະເທສະໜາເປັນຢ່າງສູງພະກັດສະປະເຖຣະເຈົ້າຈຶ່ງໄດ້ປະທານພອນໃຫ້ແກ່ນາງ ສຸພາວະດີ ແລະຄອບຄົວຫຼັງຈາກນັ້ນນາງກໍໄດ້ອອກເດີນທາງໄປຄ້າຂາຍນໍາພໍ່ແມ່ອີກ ແລະ ໄດ້ມີໂອກາດໄດ້ຟັງທັມມະເທສະໜາຈາກພະສິວລີເຖຣະເຈົ້ານາງກໍຕັ້ງໃຈຟັງທັມມະຈົນບັນລຸໄດ້ເມື່ອເປັນເຊັ່ນນັ້ນພະສິວລີເຖຣະເຈົ້າຈຶ່ງໄດ້ປະທານພອນໃຫ້ນາງ ກັບຄອບຄົວອີກ, ເມື່ອຈິດຂອງນາງ ສຸພາວະດີ ໄດ້ຮັບພອນຈາກພະອໍລະຫັນເຖິງ 2 ອົງດັ່ງກ່າວຄື: “ຂໍໃຫ້ຈະເລີນຮຸ່ງເຮືອງ, ສົມບູນໄປດ້ວຍຊັບສິນເງິນຄໍາຈາກການຄ້າຂາຍສົມດັ່ງທີ່ປາດຖະໜາໄວ້” ກຸສົນດັ່ງກ່າວໄດ້ສົ່ງໃຫ້ນາງ ແລະຄອບຄົວຄ້າຂາຍດີມາຕະຫຼອດຈົນບໍ່ຂາດທຶນອີກເລີຍ.

  ຫຼັງຈາກນັ້ນຄອບຄົວຂອງນາງກໍຮັ່ງມີຂຶ້ນເງິນຄໍາໄຫຼເຂົ້າມາແບບບໍ່ຂາດສາຍກ່ຽວກັບເລື່ອງນີ້ພໍ່ຂອງນາງຮູ້ດີວ່າເກີດຈາກການຕັ້ງໃຈຟັງທັມມະເທສະໜາຈາກພະອໍຣະຫັນທັງສອງພໍ່ຂອງນາງຈຶ່ງໄດ້ແນະນໍາໃຫ້ຊາວບ້ານໝັ່ນຟັງທັມ ແລະເຮັດບຸນກຸສົນໃຫ້ຫຼາຍ ແລະນາງກໍໄດ້ກາຍເປັນທີ່ນັບຖືຂອງຊາວບ້ານ, ຊາວຄ້າຂາຍຕະຫຼອດມາ, ເມື່ອນາງ ສຸພາວະດີ ໝົດບຸນໄປຈາກໂລກນີ້ຊາວບ້ານ, ຊາວເມືອງກໍໄດ້ພາກັນສ້າງຮູບປັ້ນຂອງ ນາງ ສຸພາວະດີ ໂດຍໃສ່ຊື່ວ່າ “ນາງ ກວັກ” ແລ້ວນໍາມາບູຊາ ແລະຖ້າຜູ້ ໃດທີ່ເປັນຊາວຄ້າຂາຍກໍຈະນໍາເອົາຮູບປັ້ນ “ນາງກວັກ” ໄປຕັ້ງໄວ້ໃນຮ້ານແລ້ວກາບໄຫວ້ບູຊາເປັນປະຈໍາ ແລະມັນກໍໄດ້ກາຍມາເປັນຄວາມເຊື່ອຂອງຄົນຈົນມາຮອດປະຈຸ ບັນນີ້.

------------------

ໜັງສືພິມເສດພິມເສດຖະກິດ-ສັງຄົມ