ສຶກສາເມືອງຫີນເຫີບປະກາດພະນັກງານເຂົ້າຮັບອຸດໜູນບຳນານ

 ວັນທີ 5 ສິງຫາ ຜ່ານມາທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະກີລາເມືອງຫີນເຫີບ ແຂວງວຽງຈັນ ໄດ້ຈັດພິທີປະກາດພະນັກງານເຂົ້າຮັບອຸດໜູນບໍານານ (ຂົງ ເຂດສຶກສາ) ໂດຍການເຂົ້າຮ່ວມຂອງທ່ານ ວອນ ວໍລະສານ ເຈົ້າເມືອງຫີນເຫີບ, ທ່ານ ຄໍາສອນ ຈັນທະລັງສີ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາມີຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານບໍານານ, ຜູ້ອໍານວຍການໂຮງຮຽນມັດທະຍົມຕອນຕົ້ນ, ໂຮງຮຽນມັດທະຍົມສົມບູນ,ໂຮງຮຽນປະຖົມ ແລະພະນັກງານຫ້ອງການສຶກສາທິການ ແລະກີລາເມືອງເຂົ້າຮ່ວມ.

 ທ່ານ ວຽງພອນ ສີວົງສາ ຫົວໜ້າໜ່ວຍງານຈັດຕັ້ງ-ພະນັກງານຫ້ອງການສຶກສາທິການ ແລະກີລາເມືອງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະກີລາວ່າດ້ວຍການອະນຸມັດອອກພັກການເພື່ອຮັບອຸດໜູນບໍານານຈໍານວນ 7 ທ່ານຄື ທ່ານ ບຸນລັບ ແກ້ວໄຊຍາລາດ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາ, ທ່ານ ຄໍາສອນ ແສງດາລາ ຮອງຫົວໜ້າໜ່ວຍງານຫ້ອງການສຶກສາທິການ ແລະກີລາ,ທ່ານ ບຸນມາ ສີລາວົງຄຳ ຮອງຫົວໜ້າໜ່ວຍງານໂຮງຮຽນມັດທະຍົມສົມ ບູນ ຄອນແກ້ວ, ທ່ານ ສີວອນໄຊ ອິນດວງມາລາ ຫົວໜ້າຈຸງານໂຮງຮຽນມັດທະຍົມຕອນຕົ້ນວຽງຄໍາ, ທ່ານ ຄໍາໄຊ ພະນັກງານຄູສອນໂຮງຮຽນປະຖົມຫີນໂງ່ນທ່ານ ຈູຢາງ ຜູ້ອໍານວຍການໂຮງຮຽນມັດທະຍົມຕອນຕົ້ນສົມສະໜຸກ ແລະທ່ານ ນາງ ຄໍາ ແສນທະວົງ ຫົວໜ້າຈຸງານໂຮງຮຽນມັດທະຍົມຕອນຕົ້ນນາຊໍາ.

---------

ໜັງສືພິມເສດຖະກິດ-ສັງຄົມ