ຈະລາຈອນສະຫວັນ ຊີ້ແຈງຂໍ້ຂັດໃຈເລື່ອງຕັ້ງດ່ານຈັບຄວາມໄວ

  ຈາກກໍລະນີກ່ຽວກັບບັນຫາການສ່ອງແສງຂອງສື່ສັງຄົມອອນລາຍກໍຄືເຟສບຸກກະບອກສຽງຂອງປະຊາຊົນທີ່ໂພສລົງໃນຄັ້ງວັນທີ 27/07/2020 ວ່າເຈົ້າໜ້າທີ່ຕໍາຫຼວດຈະລາຈອນປະຕິບັດໜ້າທີ່ບໍ່ຖືກຕ້ອງໂດຍຕັ້ງດ່ານກວດກາຍິງຄວາມໄວຢູ່ນອກຕົວເມືອງ, ບ່ອນບໍ່ມີການສັນຈອນສັບສົນ, ຍິງຄວາມໄວໃສ່ປ້າຍ 50KM/h ບໍ່ຍິງໃສ່ປ້າຍ 90KM/h, ບັນຫາການນໍາໃຊ້ບິນປັບໃໝທີ່ບໍ່ແມ່ນຂອງກະຊວງການເງິນ ແລະບັນຫາຕ່າງໆ.
  ຕໍ່ກັບສະພາບຫາງສຽງດັ່ງກ່າວ ທ່ານ ພັທ ນີວັນ ຈູມມະນີວົງ ຫົວພະແນກຈະລາຈອນແຂວງສະຫວັນນະເຂດຈຶ່ງໄດ້ມາຊີ້ແຈງໄຂຂໍ້ຂ້ອງໃຈໃນກໍລະນີດັ່ງກ່າວ: ຊຶ່ງສະ ຖານທີ່ຍິງຄວາມໄວ ແລະຈຸດຕັ້ງດ່ານກວດກາຕົວຈິງສໍາລັບສະຖານທີ່ຕັ້ງກ້ອງຍິງຄວາມໄວແມ່ນຍັງຢູ່ໃນຕົວເມືອງ,ເຂດຊຸມຊົນຫຼືເຂດບ້ານປະຊາຊົນທີ່ມີປ້າຍຈໍາກັດຄວາມໄວ (ຖ້າບ່ອນໃດບໍ່ມີປ້າຍກໍ່ບໍ່ສາມາດຍິງຄວາມໄວໄດ້) ສ່ວນການຕັ້ງຈຸດກວດການັ້ນແມ່ນພວກເຮົາຕັ້ງຢູ່ນອກຕົວເມືອງ, ນອກຊຸມຊົນ ຫຼືນອກບ້ານປະຊາຊົນບ່ອນທີ່ເປັນເສັ້ນທາງ, ກວ້າງຂວາງສາມາດແນມເຫັນໄດ້ໄກເພື່ອເຮັດໃຫ້ການສັນຈອນຜ່ານຈຸດດັ່ງກ່າວມີຄວາມສະດວກ-ປອດໄພ. ກຳລັງທີ່ປະກອບໃນການກວດກາຍິງຄວາມໄວແມ່ນ 8-12 ສະຫາຍຂຶ້ນ ໄປ (ຈະເປັນລົດປ້າຍລັດກໍ່ຈັດຕັ້ງປະຕິ ບັດເຊັ່ນກັນ; ສ່ວນການປັບໃໝແມ່ນ ອີງໃສ່ດຳລັດເລກທີ 188/ນຍ ລົງວັນທີ 3 ກໍລະກົດ 2017 ເຈົ້າໜ້າທີ່ກໍ່ໄດ້ນໍາໃຊ້ບິນຮັບເງິນຄ່າບໍລິການຂອງກະຊວງປ້ອງກັນຄວາມສະຫງົບຊຶ່ງບິນດັ່ງກ່າວແມ່ນທາງກະຊວງການເງິນມອບໃຫ້ກະຊວງປ້ອງກັນຄວາມສະຫງົບນໍາໃຊ້ທົ່ວປະເທດ ແລະເງິນຈໍານວນດັ່ງກ່າວກໍ່ໄດ້ມອບເຂົ້າງົບປະມານແຫ່ງຊາດ; ກ່ຽວກັບການຕັ້ງຈຸດກວດກາຍິງຄວາມໄວຢູ່ໃນເທສະບານແຂວງກໍ່ຄືນະຄອນໄກສອນພົມວິ ຫານ ນັ້ນຕາມຄວາມເປັນຈິງແລ້ວພວກເຮົາບໍ່ສາມາດຈັດຕັ້ງປະຕິບັດໄດ້ຍ້ອນວ່າສະພາບການສັນຈອນມີຄວາມໜາແໜ້ນຖ້າພວກເຮົາຕັ້ງຈຸດກວດກາຈະສ້າງຄວາມແອອັດສັບສົນຕໍ່ການສັນຈອນໄປມາຂອງຍານພາຫະນະເຖິງວ່າຈະມີຄວາມສ່ຽງ ຫຼືມີອຸບັດເຫດເກີດຂຶ້ນຫຼາຍແຕ່ທຽບໃສ່ຜົນເສຍຫາຍໃນໄລຍະຜ່ານມາແມ່ນບໍ່ສູງຍ້ອນຜູ້ຂັບຂີ່ສ່ວນຫຼາຍມີສະຕິໃນການໃຊ້ລົດໃຊ້ຖະໜົນສະນັ້ນກ່ຽວກັບຫາງສຽງສ່ອງແສງຜ່ານສື່ອອນລາຍຢາກໃຫ້ພວກເຮົາຈັດຕັ້ງການກວດກາຍິງຄວາມໄວໃນຕົວເມືອງແມ່ນບໍ່ສາມາດຈັດຕັ້ງປະຕິບັດໄດ້ເພາະຍິ່ງເພີ່ມຄວາມຫຍຸ້ງຍາກສັບສົນໃຫ້ແກ່ການສັນຈອນໄປມາ, ຕໍ່ກັບການຕັ້ງຈຸດກວດກາຍິງຄວາມໄວຂອງເຈົ້າໜ້າທີ່ເຫັນວ່າມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ພາກສ່ວນທີ່ເຄື່ອນໄຫວສະແຫວງຫາຜົນປະໂຫຍດທີ່ບໍ່ຊອບທໍາຕາມ ລະບຽບກົດໝາຍໂດຍສະເພາະແມ່ນພາກສ່ວນທີ່ເຄື່ອນໄຫວຄ້າຂາຍສິ່ງຜິດກົດຫມາຍ, ບຸກຄົນທີ່ບໍ່ດີຈໍານວນໜຶ່ງຖືກເຈົ້າໜ້າທີ່ພວກເຮົາກວດກາສຶກສາອົບຮົມປັບໃໝແລ້ວເກີດມີແນວຄິດບໍ່ພໍໃຈນອກຈາກນີ້ການຕັ້ງດ່ານກວດກາຍິງຄວາມໄວມັນຈະບໍ່ໄດ້ຕາມໃຈຂອງທຸກພາກສ່ວນໃນສັງຄົມຍ້ອນວ່າບາງຄົນຢາກໄປໄວ, ບາງຄົນຢາກໄປຊ້າແຕ່ກົດໝາຍຕ້ອງໄດ້ບັງຄັບເພື່ອຮັບປະກັນຄວາມປອດໄພ.
  ໃນໄລຍະຜ່ານມາພະແນກຕໍາຫຼວດຈະລາຈອນ ແຂວງສະຫວັນນະເຂດ ໄດ້ຈັດຕັ້ງເຄື່ອນໄຫວວຽກງານຕາມສິດ, ໜ້າທີ່ ແລະພາລະບົດບາດກໍ່ຄືປະຕິບັດຕາມຂັ້ນເທິງທີ່ໄດ້ມອບໝາຍໂດຍສະເພາະເລັ່ງໃສ່ກວດກາຍິງຄວາມໄວຢູ່ຕາມເສັ້ນທາງເລກທີ 9 ແລະເລກທີ 13 ໃຕ້ໂດຍມີຈຸດປະສົງເພື່ອສຶກສາອົບຮົມຜູ້ລະເມີດກົດລະບຽບຈະລາຈອນທາງບົກໃນສະຖານຕ່າງໆໃຫ້ເຂົ້າໃຈ ແລະພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເພື່ອບັງຄັບໃຊ້ກົດໝາຍໃສ່ຜູ້ລະເມີດລະບຽບ ແລະກົດໝາຍຈະລາຈອນທາງບົກໃຫ້ເຂັ້ມງວດເຮັດໃຫ້ປະເທດເຮົາກ້າວໄປສູ່ລັດແຫ່ງກົດຫມາຍ, ສະກັດກັ້ນການລະເມີດກົດລະບຽບຈະລາຈອນຂອງຍານພາຫະນະທີ່ໃຊ້ຄວາມໄວສູງເກີນກົດໝາຍກໍານົດເພື່ອເຮັດໃຫ້ຜູ້ຂັບຂີ່ຫຼຸດຜ່ອນຄວາມໄວລົງເນື່ອງຈາກວ່າການນໍາໃຊ້ຄວາມໄວສູງເທົ່າໃດຍິ່ງມີຄວາມສ່ຽງທີ່ຈະເກີດອຸບັດເຫດໄດ້ງ່າຍ ແລະໃນປະຈຸບັນການໃຊ້ຄວາມໄວສູງແມ່ນເປັນສາເຫດຫຼັກທີ່ພາໃຫ້ເກີດອຸບັດເຫດ, ທັ້ງນີ້ເພື່ອເປັນການຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນຫຼວງ, ບັນຫາອາຊະຍາກຳ, ບັນຫາຄ້າຂາຍເຖື່ອນຕ່າງໆຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນຈົ່ງຂັບຂີ່ຢ່າງມີສະຕິ, ປະຕິບັດຕາມລະບຽບກົດໝາຍການສັນຈອນຢ່າງເຂັ້ມງວດ, ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່, ກວດກາເຕັກ ນິກພາຫະນະ, ນຳເອົາໃບອະນຸຍາດຂັບຂີ່, ໃບຖະບຽນລົດຄົບຊຸດຕິດຕົວໄປທຸກຄັ້ງທີ່ອອກເດີນທາງ.
  ໃນກໍລະນີພວກທ່ານຖືກປັບໃໝໂດຍບໍ່ສອດຄ່ອງຕາມລະບຽບແມ່ນໃຫ້ໃຫ້ມີກໍານົດວັນ, ເວລາ, ສະຖານທີ່ຊັດເຈນແລ້ວສ່ອງແສງລາຍງານມາໃຫ້ທາງ ປກສ ແຂວງກໍ່ຄືພະແນກຂອງພວກເຮົາເພື່ອແກ້ໄຂໃຫ້ທັນເວລາ ແລະຖືກຕ້ອງຕາມຄວາມຈິງ.

_______________

ຂ່າວ: ປກສ ແຂວງສະຫວັນນະເຂດ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ