ສູນການສຶກສານອກໂຮງຮຽນຫຼວງພະບາງ ສອບເສັງຈົບຊັ້ນມັດທະຍົມປາຍ

   ສູນການສຶກສານອກໂຮງຮຽນແຂວງຫຼວງພະບາງ ໄດ້ຈັດພິ ທີເປີດການສອບເສັງຈົບຊັ້ນມັດທະຍົມປາຍ ມ7 (ລະບົບບຳລຸງ) ສົກຮຽນ 2019-2020 ທີ່ສະໂມສອນຫໍພັກນັກສຶກສາຫວຽດນາມ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ແສງອາລຸນ ບຸດສະດີ ຫົວໜ້າພະແນກບໍາລຸງຍົກລະດັບກົມການສຶກສານອກໂຮງຮຽນກະຊວງສຶກສາທິການ ແລະກີລາ, ທ່ານ ວົງເພັດ ອຸດົມລິດ ຮອງ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ມີທ່ານຜູ້ອໍານວຍການ-ຮອງອຳນວຍການສູນ, ຄະນະຮັບຜິດຊອບ, ກຳມະການເຝົ້າຫ້ອງ ແລະນັກສອບເສັງເຂົ້າຮ່ວມ.

   ສຳລັບສົກຮຽນ 2019-2020 ທົ່ວແຂວງຫຼວງພະບາງ ມີສູນການ ສຶກສານອກໂຮງຮຽນທັງໝົດ 4 ສູນໃນນີ້ມີສູນການສຶກສານອກໂຮງ ຮຽນແຂວງ 1 ແຫ່ງ, ສູນການສຶກ ສານອກໂຮງຮຽນເມືອງ 3 ແຫ່ງ ແລະໂຮງຮຽນກໍ່ສ້າງນາຍສິບທະຫານລາບເລກ 1 ນໍ້າບາກເຂດນໍ້າຖ້ວມ ຊຶ່ງມີການຈັດການຮຽນ-ການສອນຂັ້ນ ມ7 ຈໍານວນ 4 ແຫ່ງ, ມີນັກສອບເສັງທັງໝົດ 147 ຄົນ, ຍິງ 18 ຄົນ, ປະກອບມີ 9 ຫ້ອງສອບເສັງ ແລະສອບເສັງໃນ 4 ວິຊາຄື: ພາສາລາວ-ວັນນະຄະດີ, ເຄມີສາດ, ຄະນິດສາດ ແລະ ປະຫວັດສາດໂດຍເປັນເອກະພາບ ໃນຂອບເຂດທົ່ວປະເທດ, ມີຄະນະຮັບຜິດຊອບຊີ້ນຳ ແລະຕັດສິນຜົນການສອບເສັງ 3 ທ່ານ, ອະນຸການມະການຊີ້ນໍາແຕ່ລະສູນ 4 ທ່ານ, ກຳມະການເຝົ້າຫ້ອງ 9 ທ່ານ, ອະນຸກຳມະການເຂົ້າລະຫັດຕັດຫົວບົດ 2 ທ່ານ, ອະນ້ອງກຳມະການກວດບົດ 8 ທ່ານ ແລະກຳມະການເຂົ້າ ຄະແນນ 3 ທ່ານ.

 ເພື່ອເຮັດໃຫ້ການສອບເສັງຄັ້ງ ນີ້ມີຄວາມໝາຍສຳຄັນເລິກເຊິ່ງ ໜັກແໜ້ນ ທ່ານ ຄຳຫຼ້າ ວິໄລທອງ ຫົວໜ້າສູນການສຶກສານອກໂຮງຮຽນແຂວງຫຼວງພະບາງ ໄດ້ຂຶ້ນ ຜ່ານກົດລະບຽບການສອບເສັງ ໂດຍໄດ້ເນັ້ນໃຫ້ນັກສອບເສັງທຸກ, ອະນຸກຳມະການທຸກພາກສ່ວນຈົ່ງ ພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບຂອງການສອບເສັງຢ່າງ ເຂັ້ມງວດ, ສຸມທຸກສະຕິປັນຍາເຂົ້າໃນການແກ້ບົດສອບເສັງຂອງຕົນໃຫ້ສຳເລັດ, ຖືກຕ້ອງ ແລະທັນກັບ  ເວລາ, ໂອກາດດຽວກັນນີ້ທ່ານ ວົງສະຫວັນ ເທບພະຈັນ ໄດ້ໃຫ້ກຽດຂຶ້ນກ່າວເປີດການສອບເສັງ ແລະຕັດຊອງຫົວບົດສອບເສັງວິຊາທຳອິດຢ່າງເປັນທາງການ.

------------

ໜັງສືພິມເສດຖະກິດ-ສັງຄົມ