ແຂວງວຽງຈັນ ສອບເສັງຈົບຊັ້ນ ມ7 ບໍາລຸງ

  ວັນທີ 4 ສິງຫາ 2020 ສູນການສຶກສານອກໂຮງຮຽນ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນ ມ7 ບໍາລຸງສົກຮຽນ 2019-2020 ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວິສັນ ສົມພົງ ຮອງຫົວໜ້າກົມການສຶກສານອກໂຮງຮຽນກະຊວງສຶກສາທິການ ແລະກີລາ, ທ່ານ ອ໊ອດ ແສງພິມ ຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງວຽງຈັນ,ມີຕາງໜ້າກົມການສຶກສານອກໂຮງຮຽນ, ຂະແໜງນອກໂຮງຮຽນພ້ອມດ້ວຍພະນັກງານຄູ-ອາຈານ, ຄະນະກໍາມະການ ແລະ ນັກສອບເສັງເຂົ້າຮ່ວມ.

  ທ່ານ ອ໊ອດ ແສງພິມ ຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງວຽງຈັນໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2019-2020 ແຂວງວຽງຈັນໄດ້ຈັດ ຕັ້ງການຮຽນ-ການສອນ ມ7 ບໍາລຸງຢູ່ 3 ເມືອງມີນັກຮຽນມາລົງທະບຽນຮຽນທັງໝົດຈໍານວນ 118 ຄົນ,ຍິງ 39 ຄົນໃນນັ້ນສູນເມືອງແກ້ວອຸດົມມີນັກຮຽນທັງໝົດຈໍານວນ 24 ຄົນ, ຍິງ 10 ຄົນ, ມີໜ້າສອບເສັງຈໍານວນ 22 ຄົນ, ຍິງ 10 ຄົນ, ສູນເມືອງໂພນໂຮງມີນັກຮຽນທັງໝົດຈໍານວນ 30 ຄົນ, ຍິງ 5 ຄົນ, ມີໜ້າສອບເສັງຈໍານວນ 29 ຄົນ, ຍິງ 5 ຄົນ ແລະສູນເມືອງຊະນະຄາມມີນັກຮຽນທັງໝົດຈໍານວນ 64 ຄົນ,ຍິງ 24 ຄົນ, ມີໜ້າສອບເສັງຈໍານວນ 61 ຄົນ, ຍິງ 22 ຄົນ.

   ການສອບເສັງຈະໄດ້ດໍາເນີນໄປເປັນເວລາ 2 ວັນ ຄືວັນທີ 4-5ສິງຫາ 2020  ແລະມີ 4 ວິຊາສອບເສັງຄື: ວິຊາພາສາລາວ-ວັນນະຄະດີ, ວິຊາເຄມີສາດ, ວິຊາຄະ ນິດສາດ ແລະວິຊາປະຫວັດສາດ.