ສະຫຼອງ 53 ປີ ສ້າງຕັ້ງອາຊຽນ ແລະ 23 ປີ ລາວເປັນສະມາຊິກ

  ເຊົ້າຂອງວັນທີ 4 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ໄດ້ເປັນກຽດເປັນປະທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 53 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2020) ແລະຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2020) ເຂົ້າຮ່ວມໃນພິທີສຳຄັນຄັ້ງນີ້ມີບັນດາລັດຖະ ມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ເອກອັກຄະລັດຖະທູດປະເທດສະມາຊິກອາຊຽນປະຈຳ ສປປ ລາວ, ຄະນະກົມ ແລະພະນັກງານລັດ ຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
  ໃນພິທີສະເຫຼີມສະຫຼອງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະ 53 ປີ ຜ່ານມາອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນະຖາວອນໃນພາກພື້ນ ແລະໃນໂລກ. ຜົນສຳເລັດອັນໜຶ່ງແມ່ນອາຊຽນໃນນາມເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນກໍ່ຄືກັບປະເທດຄູ່ຮ່ວມເຈລະຈາ ແລະຄູ່ຮ່ວມມືພາຍນອກອາຊຽນບົນພື້ນຖານຫຼັກການທີ່ກຳນົດໄວ້ໃນກົດບັດອາຊຽນ, ສົນທິສັນຍາໄມຕີຈິດ ແລະການຮ່ວມມື (TAC) ແລະບັນດາກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນ (ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ; ເຄົາລົບເອກະລາດ,ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ,ການບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ ແລະກັນ; ແກ້ໄຂບັນຫາໂດຍສັນຕິວິທີ, ຫຼັກການຄວາມເປັນເອກະສັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະອີງໃສ່ຄວາມຫຼາກຫຼາຍຂອງປະເທດສະມາຊິກທີ່ເອີ້ນວ່າ “ວິຖີທາງຂອງອາຊຽນ”(ASEAN Way).
  ພ້ອມນີ້, ທ່ານລັດຖະມົນຕີຍັງໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະກອງປະຊຸມກ່ຽວຂ້ອງຜ່ານມາພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ (ແບບທາງໄກ), ຊຶ່ງເຫັນວ່າໃນໄລຍະເກືອບໜຶ່ງປີຜ່ານມາ, ເຖິງແມ່ນວ່າສະພາບການພາກພື້ນ ແລະສາກົນກຳລັງປະເຊີນກັບໄພພິບັດທຳມະຊາດກໍຄືການແຜ່ລະບາດຂອງພະຍາດໂຄວິດ-19 ອັນເປັນໄພຂົ່ມຂູ່ແລະສົ່ງຜົນກະທົບໜັກໜ່ວງຕໍ່ສຸຂະພາບ,ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະຄວາມໝັ້ນຄົງຂອງພາກພື້ນ ແລະ ຂອງໂລກ, ແຕ່ສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມກໍຍັງສືບຕໍ່ມີຄວາມສາມັກຄີ ແລະ ສາມາດຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ແຜນງານ/ໂຄງການຮ່ວມມືໃນ 3 ເສົາຄໍ້າປະຊາຄົມອາຊຽນໄດ້ຮັບຜົນສຳເລັດເປັນກ້າວໆມາ: ໄດ້ສ້າງຕັ້ງກອງທຶນອາຊຽນເພື່ອຮັບມືກັບການແຜ່ລະບາດຂອງພະ ຍາດໂຄວິດ-19; ສ້າງຕັ້ງຄັງແຮອຸປະກອນການແພດສຸກເສີນອາຊຽນ; ແລະການຮ່າງແຜນພື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19 ສິ້ນສຸດ.
   ນອກຈາກນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ຍັງໄດ້ເນັ້ນຕື່ມອີກວ່າ: ຕະຫລອດໄລຍະ 23 ປີ ທີ່ ສປປ ລາວ ເຮົາໄດ້ເຂົ້າເປັນສະມາຊິກອາຊຽນ, ສປປ ລາວ ໄດ້ເຂົ້າ ຮ່ວມຢ່າງຕັ້ງໜ້າ ແລະເປັນເຈົ້າການສູງໃນຂະບວນການລວມຂອງອາຊຽນອັນໄດ້ເຮັດໃຫ້ບົດບາດຂອງ ສປປ ລາວ ໃນພາກພື້ນ ແລະສາກົນນັບມື້ພົ້ນເດັ່ນຂຶ້ນ. ສະເພາະຂົງເຂດເສດຖະກິດ, ເຂດການຄ້າເສລີ ແລະການລົງທຶນອາຊຽນ ແລະອາຊຽນກັບບັນດາປະເທດຄູ່ເຈລະຈາກໄດ້ປະກອບສ່ວນອັນສຳຄັນໃນການເຮັດການຄ້າ ແລະການລົງທຶນຢູ່ປະເທດເຮົາຂະຫຍາຍຕົວໃນຈັງຫວະສູງຂຶ້ນຢ່າງຕໍ່ເນື່ອງ.
  ສຸດທ້າຍ, ທ່ານລັດຖະມົນຕີໄດ້ຢືນຢັນເຖິງຄວາມໝາຍໝັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ເຂົ້າຮ່ວມໃນຂະບວນການລວມຂອງອາຊຽນຢ່າງສະເໝີຕົ້ນສະເໝີປາຍເພື່ອສາມາດບັນລຸໄດ້ການສ້າງປະຊາຄົມອາຊຽນໃນປີ 2025 ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະປະເທດຄູ່ເຈລະຈາກໍ່ຄືຄູ່ຮ່ວມມືພາຍນອກອາຊຽນທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖານະປະເທດສະມາຊິກຕະຫຼອດໄລຍະ 2 ທົດສະວັດຜ່ານມາໄດ້ຢ່າງເຕັມສ່ວນ, ມີປະສິດທິພາບສູງ ແລະນໍາເອົາຜົນປະໂຫຍດສູງສຸດມາສູ່ ສປປ ລາວ.

----------------------------------------------------------------