7 ເດືອນ ນວ ເກັບລາຍຮັບເກືອບ 2 ພັນຕື້ກີບ

ແຜນງົບປະມານແຫ່ງລັດປະຈໍາປີ 2020 ທີ່ກະຊວງການເງິນມອບໃຫ້ນະຄອນຫຼວງວຽງຈັນ (ນວ) ຈັດຕັ້ງປະຕິບັດໃນເບື້ອງຕົ້ນແມ່ນ 5.245 ຕື້ກີບ, ມາຮອດງວດ 3 ໄດ້ຮັບການດັດແກ້ຫຼຸດລົງມາເປັນ 4.044 ຕື້ກີບ, ຊຶ່ງໃນ 7 ເດືອນຜ່ານມາສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 1.983 ຕື້ກີບ ເທົ່າກັບ 49,05% ຂອງແຜນດັດແກ້, ຄາດຄະເນໝົດປີຈະປະຕິບັດໄດ້ 4.094 ຕື້ກີບ ທຽບໃສ່ແຜນດັດແກ້ເທົ່າກັບ 101,25%.
  ອີງຕາມບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ 7 ເດືອນຕົ້ນປີຂອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນປີ 2020 ຂະແໜງການເງິນນະຄອນຫຼວງວຽງ ຈັນໄດ້ອອກຫຼາຍມາດຕະການໃໝ່ທີ່ຈໍາເປັນເພື່ອຊຸກຍູ້ໃນການຈັດເກັບລາຍຮັບເຊັ່ນ: ໄດ້ປັບປຸງກົນໄກການໃຫ້ບໍລິການໃຫ້ມີຄວາມສະດວກວ່ອງໄວ,ປັບປຸງກົນໄກເກັບລາຍຮັບ, ຄຸ້ມຄອງລາຍຈ່າຍໃຫ້ມີຄວາມເຂັ້ມແຂວງ, ແກ້ໄຂຫາງສຽງຕ່າງໆໃນຂອດບໍລິການ, ສຸມໃສ່ການຈັດເກັບລາຍຮັບເຂົ້າງົບປະມານ ແລະບັນດາໜ້າວຽກຈຸດສຸມຕ່າງໆດ້ວຍຄວາມຮັບຜິດຊອບສູງສະແດງອອກໃນຜົນການຈັດຕັ້ງປະຕິບັດດ້ານລາຍຮັບໃນ 7 ເດືອນຜ່ານມາສາມາດຈັດເກັບລາຍຮັບໄດ້ທັງໝົດ 1.983 ຕື້ກີບ ເທົ່າກັບ 49,05% ຂອງ ແຜນດັດແກ້ໃນນີ້ລາຍຮັບພູດສູນກາງປະຕິບັດໄດ້ 1.411 ຕື້ກີບ ເທົ່າກັບ 49,39% ຂອງແຜນດັດແກ້ (2.858 ຕື້ກີບ) ແລະລາຍຮັບທ້ອງຖິ່ນ ປະຕິບັດໄດ້ 571,79 ຕື້ກີບ ເທົ່າກັບ 48,21% ຂອງແຜນດັດແກ້ (1.186 ຕື້ກີບ).
  ດ້ານລາຍຈ່າຍແຜນລາຍຈ່າຍທີ່ກະຊວງການເງິນມອບໃຫ້ຈັດຕັ້ງປະຕິບັດຕາມແຜນດັດແກ້ຈໍານວນ 646,25 ຕື້ກີບ ປະຕິບັດອະນຸມັດຈ່າຍໄດ້ທັງໝົດ 262,88 ຕື້ກີບ ເທົ່າກັບ 40,68% ຂອງແຜນດັດແກ້; ສ່ວນການດຸ່ນດ່ຽງນະຄອນຫຼວງວຽງຈັນມີແຜນດຸ່ນດຽງໃຫ້ສູນກາງຈໍານວນ 539,87 ຕື້ກີບ ຊຶ່ງ 7 ເດືອນຜ່ານມາດຸ່ນດ່ຽງໄດ້ 197,69 ຕື້ ກີບ.
  ສາເຫດທີ່ເຮັດໃຫ້ການເກັບລາຍຮັບ ແລະການປະຕິບັດລາຍຈ່າຍບໍ່ໄປຕາມແຜນທັງຍັງມີການດັດແກ້ແມ່ນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນໍາເຂົ້າສິນຄ້າຫຼຸດລົງເປັນຕົ້ນແມ່ນການນໍາເຂົ້າພາຫະນະ, ນໍ້າມັນ, ເຄື່ອງໄຟຟ້າ, ສິນຄ້າອຸປະໂພກບໍລິໂພກລວມເຖິງອຸປະກອນໃຊ້ສອຍຕ່າງໆ; ນອກຈາກນີ້ຍັງມີ ການຍົກເວັ້ນອາກອນນໍາອີກເຊັ່ນ: ອາກອນເງິນເດືອນພາກທຸລະກິດ, ພາກລັດ ແລະຫົວໜ່ວຍຈຸນລະວິສາຫະກິດ.
  ແນວໃດກໍຕາມທິດທາງແຜນງົບປະມານ 5 ເດືອນທ້າຍປີນະຄອນຫຼວງວຽງຈັນຈະສູ້ຊົນເກັບລາຍຮັບໃຫ້ໄດ້ 2.111 ຕື້ກີບ ຄາດຄະເນໝົດປີຈະປະຕິບັດໄດ້ 4.094 ຕື້ກີບ ທຽບໃສ່ແຜນດັດແກ້ ເທົ່າ ກັບ 101,25%,ໃນນີ້ ລາຍຮັບພູດຂອງສູນກາງໃຫ້ໄດ້ 1.446 ຕື້ກີບ ຄາດຄະເນໝົດປີຈະປະຕິບັດໄດ້ 2.858 ຕື້ກີບ ທຽບໃສ່ແຜນດັດແກ້ເທົ່າກັບ 100% ແລະລາຍຮັບພູດທ້ອງຖິ່ນໃຫ້ໄດ້ 664,90 ຕື້ກີບ ຄາດຄະເນໝົດປີຈະປະຕິບັດໄດ້ 1.236 ຕື້ກີບ ທຽບໃສ່ແຜນດັດແກ້ເທົ່າກັບ 104,26%; ສ່ວນລາຍຈ່າຍແມ່ນຈະປະຕິບັດຕາມແຜນດັດແກ້ຂອງກະຊວງການເງິນຊຶ່ງມີຈໍານວນ 406,63 ຕື້ກີບ ໃນນີ້ລາຍຈ່າຍປົກກະຕິຄາດຄະເນໝົດປີຈະປະຕິບັດໄດ້ 525,75 ຕື້ກີບ, ລາຍຈ່າຍການລົງທຶນ 120,49 ຕື້ກີບ ແລະລາຍຈ່າຍເງິນເກີນແຜນ 23,27 ຕື້ກີບ.

__________

ຂ່າວ:  ແປ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ