ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ

  ອຸດົມໄຊ ເປັນອີກແຂວງໜຶ່ງ ທີ່ມີຈຸດເດັ່ນທາງດ້ານວັດທະນະທໍາເປັນຕົ້ນແມ່ນມີວັດວາອາຮາມ ແລະພະພຸດທະຮູບທີ່ເກົ່າແກ່ ແລະສັກສິດຫຼາກຫຼາຍແຫ່ງທີ່ຊາວພຸດໃຫ້ຄວາມນັບຖືສັກກະລະບູຊາກາບ ໄຫວ້ ໂດຍສະເພາະແມ່ນພະເຈົ້າສິງຄໍາ, ວັດສີຈອມແຈ້ງ, ພະທາດໄຊມຸງຄຸນຣັດຕະນະມິ່ງເມືອງ ແລະ ອື່ນໆ.

  ສໍາລັບພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງຕັ້ງຢູ່ບ້ານນາຫວານ ນ້ອຍ ເມືອງໄຊ, ເປັນພະທາດທີ່ສວຍງາມແລະເປັນທີ່ສັກກະລະບູຊາຂອງຊາວພຸດ ໂດຍສະເພາະແມ່ນຊາວແຂວງອຸດົມໄຊ ແລະສາສະນິກະຊົນທົ່ວໄປເຂົ້າມາທ່ຽວກາບໄຫວ້ ແລະຊົມທິວທັດ ແລະສຳພັດບັນຍາກາດຕົວເມືອງໄຊ ແລະກາບໄຫວ້ສັກກາລະບູຊາ, ທ່າແຮງຂອງພະທາດຕັ້ງຢູ່ໃຈກາງເທສະບານແຂວງເປັນສູນກາງທາງດ້ານວັດທະນະທໍາ, ເປັນທີ່ເພິ່ງທາງໃຈ, ສະຖານທີ່ສັກກາລະບູຊາກາບໄຫວ້, ສະຖານພັກຜ່ອນຍາມແລງ ແລະເປັນຂວັນບ້ານມິ່ງເມືອງຂອງ ແຂວງອຸດົມໄຊ ຖ້າຜູ້ໃດມາແຂວງ ອຸດົມໄຊ ບໍ່ໄດ້ຂຶ້ນວັດພູທາດກໍ່ຊໍ່າກັບວ່າບໍ່ໄດ້ມາຮອດແຂວງອຸດົມໄຊ.ພະທາດໄຊມຸງຄຸນ ຣັດຕະນະ ມິ່ງເມືອງ ໄດ້ສ້າງຂຶ້ນໃໝ່ໃນປີ ຄສ 1996 ແລະເປີດບໍລິການໃນປີ ຄສ 1997, ເມື່ອກ່ອນເອີ້ນວ່າ “ພະ ທາດ” ຕາມການສັນນິຖານທາດ ດັ່ງກ່າວໄດ້ສ້າງຂຶ້ນໃນສະໄໝເຈົ້າໄຊຍະເສດຖາທິລາດປະມານ 400-500 ປີກ່ອນນີ້, ພະທາດດັ່ງກ່າວມີຄວາມສູງປະມານ 4-5 ແມັດ ກໍ່ດ້ວຍດິນຈີ່, ມາຮອດສະໄໝຝຣັ່ງປົກຄອງບໍລິເວນພະທາດໄດ້ເປັນຄ້າຍຂອງຝຣັ່ງໃນສະໄໝສົງຄາມຝຣັ່ງ ແລະອາເລິກາ ແລະພະທາດໄດ້ຖືກທຳລາຍເປ່ເພເຫຼືອແຕ່ກອງດິນຈີ່,ມາຮອດປີ 1990 ບໍລິສັດນໍ້າມັນເຊື້ອໄຟໄດ້ສ້າງເສັ້ນທາງຂຶ້ນ ແລະມາຮອດປີ 1996 ແຂວງ ອຸດົມໄຊ ໄດ້ປະຕິສັງຂອນຄືນໃໝ່ ໂດຍສ້າງທາດຂຶ້ນໃໝ່ ຊຶ່ງກວມ ເອົາທາດເກົ່າມີລວງສູງ 18 ແມັດ, ກວ້າງ 18 ຄູນ 18 ແມັດ, ໄດ້ປ່ຽນ ຊື່ໃໝ່ເອີ້ນວ່າ “ພະທາດໄຊມຸງຄຸນຣັດຕະນະມິ່ງເມືອງ” ໄດ້ສະຫຼອງ ໃນເດືອນ 3 ເພັງຂອງທຸກໆປີ.

------

ໜັງສືພິມເສດຖະກິດ-ສັງຄົມ