ຕິດຕາມຄວາມຄືບໜ້າການທັນສະໄໝໃນການຊຳລະສະສາງ

  ໃນຕອນບ່າຍຂອງວັນທີ 03 ສິງຫາ 2020, ໄດ້ມີກອງປະຊຸມເພື່ອຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດການຫັນເປັນທັນສະ ໄໝໃນການຊຳລະສະສາງ ແລະ ການເກັບລາຍຮັບເຂົ້າງົບປະມານຜ່ານລະບົບໂທລະສັບມືຖືທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ, ໂດຍການເປັນປະ ທານຂອງທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມທັງເປັນຫົວໜ້າຄະນະສະເພາະກິດດັ່ງກ່າວ, ເຂົ້າຮ່ວມກອງປະຊຸມດັ່ງກ່າວປະກອບມີ ທ່ານ ປອ. ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະການສື່ສານ, ບັນດາທ່ານຮອງລັດຖະມົນຕີ ແລະ ຄະນະກົມຈາກພາກສ່ວນຕ່າງໆທີ່ຕິດພັນກັບວຽກງານຂອງຄະນະສະເພາະກິດດັ່ງກ່າວເຂົ້າຮ່ວມນຳອີກດ້ວຍ.

  ກອງປະຊຸມໄດ້ມີການລາຍງານ ຄວາມຄືບໜ້າຕໍ່ກັບວຽກງານການສ້າງ ແຜນແມ່ບົດເສດຖະກິດດິຈິຕອນຂອງ ສປປ ລາວ, ແຜນແມ່ບົດການຫັນໄປ ສູ່ການຊຳລະສະສາງແບບດິຈິຕອລຊຶ່ງບັນດາແຜນເຫຼົ່ານີ້ຈະເປັນບ່ອນອີງທີ່ສຳຄັນໃນການຈັດຕັ້ງປະຕິບັດການຫັນເປັນທັນສະໄໝໃນການຊຳລະສະສາງ ແລະ ເກັບລາຍຮັບເຂົ້າງົບປະ ມານຜ່ານລະບົບໂທລະສັບມືຖືພ້ອມນີ້ຍັງໄດ້ມີການລາຍງານຄວາມພ້ອມທາງດ້ານເຕັກນິກເພື່ອເຊື່ອມຕໍ່ພື້ນຖານໂຄງລ່າງຂອງທະນາຄານກະຊວງການເງິນ ແລະກະ ຊວງ ປທສ ເພື່ອຫັນການຊຳລະສະສາງໃຫ້ເປັນທັນສະໄໝ ຫຼື ເອີ້ນໄດ້ວ່າເປັນການຊຳລະສະສາງແບບດິຈິຕອລຜ່ານລະບົບໂທລະສັບມືຖືເປັນປັດໄຈໜຶ່ງທີ່ສຳຄັນໃນການສົ່ງເສີມ ແລະອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນໂດຍສະເພາະໃນສະພາບການລະບາດຂອງພະຍາດ Covid-19 ແລະການນຳໃຊ້ຊີວິດໃນຍຸກ New Nor mal ນີ້, ນອກຈາກນັ້ນ, ມັນຍັງຈະເປັນເຄື່ອງມືໜຶ່ງທີ່ສາມາດຊ່ວຍໃຫ້ລັດຖະບານເກັບລາຍຮັບເຂົ້າງົບປະມານໄດ້ຢ່າງມີປະສິດຕິພາບອີກດ້ວຍ.

  ໃນຕອນທ້າຍ ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະສະເພາະກິດ, ຄະນະຊ່ວຍວຽກກໍຄືແຕ່ລະອະນຸກຳມະການທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຈົນສາມາດນຳມາໄດ້ຊຶ່ງຜົນສຳເລັດເບື້ອງຕົ້ນ,ຢ່າງໃດກໍດີທ່ານປະທານໄດ້ໃຫ້ທິດຊີ້ນຳແນວທາງປະຕິບັດໃນຕໍ່ໜ້າ ແລະມອບໃຫ້ຄະນະຮັບຜິດຊອບສືບຕໍ່ຜັນຂະ ຫຍາຍບັນດາວຽກງານຢ່າງຕັ້ງໜ້າເພື່ອໃຫ້ໄດ້ຮັບໝາກຜົນສູງສຸດ.

_____________

ຂ່າວ: ຄະນະສະເພາະກິດ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ