ໄປທ່ຽວແກ້ງກາງ ງາມສົມຄຳລືຊາ

  ທ່ານໃດຫາກຮູ້ສຶກອິດເມື່ອຍກັບວຽກງານກໍຂໍເຊີນຊວນທ່ານໄປທ່ຽວຊົມທຳມະຊາດ ແລະພັກຜ່ອນກັບບັນຍາກາດເຢັນໆເພື່ອຄວາມເບີກບານທາງກາຍ ແລະຈິດໃຈໄດ້ເລີຍທີ່ແກ້ງກາງຕັ້ງຢູ່ບ້ານປາກຊອນ ເມືອງຊະນສົມບູນ ແຂວງ ຈຳປາສັກ ຫ່າງຈາກຄິວລົດຫຼັກ 8 ເໜືອ 2 ກິໂລແມັດ ແລະເທສະບານແຂວງ 10 ກິໂລແມັດເທົ່ານັ້ນ.

     ສະຖານທີ່ທ່ອງທ່ຽວແກ້ງກາງ ເປັນສະຖານທີ່ທີ່ມີຄວາມໂດດເດັ່ນ ແລະສວຍສົດງົດງາມທາງດ້ານທິວທັດທຳມະຊາດປ່າໄມ້ອັນຂຽວ ງາມອຸ່ມທຸ່ມເຮັດໃຫ້ອາກາດເຂດ ນີ້ມີຄວາມສົດຊື່ນແຈ່ມໃສດີ ຈຶ່ງກາຍເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງ ປະເທດເປັນຈຳນວນບໍ່ໜ້ອຍ ແລະ ສະຖານທີ່ທ່ອງທ່ຽວແກ້ງກາງນີ້ເປັນແກ້ງທີ່ໃຫຍ່ເຕັມໄປດ້ວຍກ້ອນຫີນທີ່ສວຍງາມກ້ອນຫີນມີລັກສະນະແຕກຕ່າງກັນຢັ່ງຢາຍກັນຕາມສາຍນໍ້າເຊໂດນ.

 ເອົາເປັນວ່າທ່ານໃດຍາກສໍາພັດທໍາມະຊາດທີ່ແທ້ຈິງກໍລອງຫາເວລາໄປສໍາພັດຈັກຄັ້ງໃນຊີວິດກໍສາມາດໄປກັນໄດ້ ຊຶ່ງຕະຫຼອດການເດີນທາງທ່ານຈະໄດ້ສຳຜັດກັບທຳມະຊາດທີ່ມີທິວທັດທີ່ສວຍງາມຈົນທ່ານລືມຄວາມອິດເມື່ອຍ, ສຳລັບນັກທ່ອງທ່ຽວທ່ານໃດທີ່ມັກຄວາມຕື່ນເຕັ້ນ, ມັກທຳມະຊາດ, ວິຖີຊີວິດແບບພື້ນບ້ານຕ້ອງລອງໄປສຳຜັດ ແລະສູດອາກາດບໍລິສຸດໃຫ້ເຕັມປອດທີ່ແກ້ງກາງ ເມືອງຊະນະສົມບູນ.

----------

ໂດຍ: ວົງມະນີ