ສະມາຄົມສົ່ງເສີມຜູ້ປະກອບການເອສເອັມອີ ລາວເປີດກອງປະຊຸມໃຫຍ່

  ວັນທີ 1 ສິງຫາ 2020, ສະມາຄົມສົ່ງເສີມຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະກາງລາວໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 1 ເປັນກຽດເຂົ້າຮ່ວມໃນງານມີທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ, ກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ວາລະໄຊ ເລັ່ງສະຫວັດ, ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳແລະການຄ້າ, ທ່ານ ແສງອາລຸນ ຍົດລືໄຊ, ຮອງຫົວໜ້າກົມພັດທະນາ ແລະບໍລິຫານລັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບ ແລະສຸມສະຕິປັນຍາຂອງຕົນໃນການຄົ້ນຄວ້າ ແລະປະກອບຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະສຳເລັດໄປຕາມຈຸດປະສົງທີ່ວາງໄວ້ສິ່ງສຳຄັນກອງປະຊຸມໄດ້ເປັນປະຊາມະຕິ ແລະຮັບຮອງເອົາຮ່າງກົດລະບຽບຂອງສະມາຄົມ, ຮັບ ຮອງເອົາຮ່າງແຜນການເຄື່ອນໄຫວຂອງສະມາຄົມຮັບຮອງເອົາຄະນະບໍລິຫານງານ, ຄະນະປະຈຳ ແລະຄະນະກວດກາຕາມການສະເໜີຂອງຄະນະຂົນຂວາຍສ້າງຕັ້ງສະມາຄົມຊຶ່ງກອງປະຊຸມໄດ້ເປັນເອກະພາບແຕ່ງຕັ້ງ ແລະຮັບຮອງເອົາຄະນະບໍລິຫານ ຈຳນວນ 21 ທ່ານຍິງ 8 ທ່ານ.

  ກອງປະຊຸມເລືອກຕັ້ງເອົາປະທານ 1 ທ່ານ ແລະຮອງປະທານ 4 ທ່ານ ທ່ານ ລິທິໄກ ພູມມະສັກ ເປັນປະທານ, ທ່ານ ວິໄລສັກສຸລິຈັນ ເປັນຮອງປະທານ, ທ່ານ ຫັດສະຫວັນ ແຮມະນີ ເປັນຮອງປະທານທ່ານ ນາງ ດາຣາພົງ ຍຸຕິທຳ ເປັນຮອງປະທານ, ທ່ານ ວິບູນສິດ ທິມໍລະດາ ເປັນຮອງປະທານ.

  ນອກຈາກນັ້ນ ທ່ານ ລິດທິໄກ ພູມມະສັກ, ປະທານສະມາຄົມສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະກາງລາວກໍໄດ້ຜ່ານແຜນການຈັດຕັ້ງປະຕິບັດໃນປີ 2020-2023 ໂດຍມີເປົ້າຫຼັກໃນການເຕົ້າໂຮມບັນດາສະມາຊິກ ສນກລ ເພື່ອສົ່ງເສີມ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງລາວ, ແລກປ່ຽນບົດຮຽນຂໍ້ມູນຂ່າວສານ ແລະຮ່ວມມືຢູ່ພາຍໃນ ແລະສາກົນ.

    ຈາກນັ້ນ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ແລະບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະ ກິດຂະໜາດນ້ອຍ ແລະກາງ, ກະຊວງອຸດສາຫະກຳແລະການຄ້າກໍໄດ້ມີຄຳຄິດເຫັນ ແລະຊີ້ນຳກອງປະຊຸມໃນຄັ້ງນີ້ດ້ວຍ.

------------------------------------------------------------------