ໂຕໂຢຕ້າ ນຳສະເໜີລົດກະບະລຸ້ນໃໝ່ພ້ອມຄຳນິຍາມ ປຸກພະລັງໃນຕົວທ່ານສູ່ເປົ້າໝາຍ

  ໂຕໂຢຕ້າໄດ້ຈັດງານເປີດຕົວລົດກະບະອະເນກປະສົງໄຮລັກສຣີໂວ້ (Hilux Revo) ລຸ້ນໃໝ່ລ່າສຸດພ້ອມຄຳນິຍາມປຸກພະລັງໃນຕົວທ່ານສູ່ເປົ້າໝາຍທີ່ເໜືອກວ່າໃນວັນທີ 31 ກໍລະກົດ 2020 ທີ່ຫ້ອງຂາຍໂຕໂຢຕ້າສາຂາທົ່ງຂັນຄຳໂດຍເປັນການຈັດງານເປີດຕົວລົດຮູບແບບໃໝ່ຜ່ານທາງສື່ສັງຄົມອອນລາຍ.

 ທ່ານ ມາຊາອາກິ ຄາວາບາຕະ ອຳນວຍການບໍລິສັດ ໂຕໂຢຕ້າ ລາວຈຳກັດ ກ່າວວ່າ: ການຈັດງານເປີດຕົວລົດໂຕໂຢຕ້າ ໄຮລັກສ ຣີໂວ ລຸ້ນໃໝ່ລ່າສຸດຜ່ານສື່ສັງຄົມອອນລາຍຄັ້ງນີ້ກໍເພື່ອປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19,ຫຼີກລ່ຽງການຊຸມນຸມກັນຂອງຄົນຈຳນວນຫຼາຍ ແລະເພື່ອຫຼຸດຜ່ອນຄວາມສ່ຽງລົງໃຫ້ຫຼາຍທີ່ສຸດ, ໂຕໂຢຕ້າ ໄຮລັກສ ຣີໂວ ແມ່ນລົດກະບະອະເນກປະສົງທີ່ຄອງອັນດັບໜຶ່ງຂອງຕະຫຼາດໃນ ສປປ ລາວ ເປັນເວລາຫຼາຍປີ, ໄຮລັກສ ຣີໂວລຸ້ນໃໝ່ນີ້ ມາພ້ອມກັບເຕັກໂນໂລຊີຂອງໂຕໂຢຕ້າທີ່ເປັນນະວັດຕະກຳໃໝ່, ຮູບຊົງພາຍນອກທີ່ສະດຸດຕາ ແລະການອອກແບບພາຍໃນທີ່ທັນສະໄໝ ແລະ ໂອ່ໂຖງທີ່ພ້ອມຈະຕອບ ສະໜອງຄວາມຕ້ອງການ ແລະອຳນວຍຄວາມສະດວກໃຫ້ແກ່ຊີວິດຂອງຜູ້ຂັບຂີ່.

  ໂຕໂຢຕ້າ ໄຮລັກສ ຣີໂວ້ລຸ້ນໃໝ່ນີ້ມີການພັດທະນາປັບປຸງ 4 ຫົວຂໍ້ສຳຄັນຄື: 1) ດ້ານການອອກແບບໄດ້ຮັບການອອກແບບໃໝ່ໃຫ້ທັນສະໄໝຫຼາຍຂຶ້ນເປັນຕົ້ນແມ່ນຈຸດປ່ຽນພາຍນອກ ແລະຈຸດປ່ຽນພາຍໃນເຊັ່ນ: ຕາໄຟໜ້າ ແລະໄຟທ້າຍອອກແບບໃໝ່ແບບ Bi-Beam ໄຟ LED Daytime Running Light ແລະໄຟທ້າຍແບບ LED Light Guiding ເພີ່ມຄວາມໂດດເດັ່ນໃນຍາມກາງຄືນ,ກະຈັງໜ້າ,ກັນຊົນໜ້າ,ໄຟຕັດໝອກ,ຂອບປ້ອງກັນໄຟຕັດໝອກ,ລໍ້ຂອບ18 (Aluminum Wheels) ລາຍໃໝ່; ສ່ວນຈຸດປ່ຽນພາຍໃນມິເຕີ້ວັດອອກແບບໃໝ່ທີ່ທັນສະໄໝກວ່າເກົ່າພ້ອມຈໍສະແດງຜົນດ້ານກາງທີ່ສະແດງໃຫ້ເຫັນວົງລໍ້ເວລາໝູນພວງມາໄລ, ສະແດງລະບົບເຊັນເຊີ້ໜ້າຫຼັງ ແລະສະປີດຄວາມໄວຕ່າງໆ, ຈໍສະແດງຜົນຂະໜາດ 8 ນິ້ວ ພ້ອມເຄື່ອງສຽງໃໝ່ຄຸນນະພາບດີກວ່າເກົ່າສາມາດຮອງຮັບລະບົບ Apple Car Play, Android & iOS ທີ່ເຊື່ອມຕໍ່ໄດ້ງ່າຍດາຍ; 2) ດ້ານສະມັດຖະນະການຂັບຂີ່ແມ່ນເພີ່ມແຮງມ້າ ແລະແຮງບິດ ສໍາລັບລຸ້ນ 4x4 Auto ໄດ້ເພີ່ມແຮງມ້າຈາກ 177Ps ເປັນ 204Ps, ແຮງບິດຈາກ 450Nm ເປັນ 500Nm, ປະຫຍັດນໍ້າມັນຂຶ້ນ 4% ຈາກລຸ້ນປະຈຸບັນ, ພວງມາໄລສຳພັດນຸ້ມນວນເປັນພວງມາໄລພາວເວີ້ໂດຍນໍາໃຊ້ລະບົບ VFC ມາຊ່ວຍປັບນໍ້າໜັກຂອງພວງມາໄລໃຫ້ເໝາະສົມກັບຄວາມໄວຂອງລົດທຸກຊ່ວງໄລຍະຊຶ່ງນອກຈາກຂັບຂີ່ນຸ້ມນວນແລ້ວຍັງຊ່ວຍປະຢັດນໍ້າມັນຂຶ້ນຕື່ມອີກ.

  ສ່ວນການພັດທະນາປັບປຸງທີ 3) ແມ່ນດ້ານຄວາມສະດວກສະບາຍໄດ້ປັບປຸງເຄື່ອງສຽງອອກແບບໃໝ່ໜ້າຈໍສໍາພັດ 8 ນິ້ວ,ເຊື່ອມຕໍ່ວ່ອງໄວດ້ວຍລະບົບ Apple Car Play, Android & iOS, ຫ້ອງໂດຍສານພາຍໃນທີ່ໂອ່ໂຖງກວ້າງຂວາງສະດວກສະບາຍຫຼາຍຂຶ້ນ,ກະບະດ້ານຫຼັງພື້ນທີ່ຫຼາຍຂຶ້ນສາມາດບັນທຸກເຄື່ອງໃດ້ຫຼາຍຍ້ອນມີຄວາມກວ້າງ ແລະ ຄວາມຍາວທີ່ເໜືອກວ່າ; 4) ດ້ານຄວາມປອດໄພໄດ້ເພີ່ມລະບົບເຊັນເຊີ້ໜ້າຫຼັງສໍາລັບລຸ້ນພລີລັນເນີ້ ແລະ ລຸ້ນ 4x4 ຊຶ່ງຈະຊ່ວຍເພີ່ມຄວາມໝັ້ນໃຈໃຫ້ຜູ້ຂັບຂີ່ດ້ານຄວາມປອດໄພຂຶ້ນຕື່ມ, ລະບົບຊ່ວຍປ້ອງກັນການອອກລົດຜິດວິທີ ຫຼືເອີ້ນວ່າ Drive Start Controlຊຶ່ງຈະຊ່ວຍໃຫ້ຜູ້ຂັບຂີ່ໝັ້ນໃຈໃນຄວາມປອດໄພກໍລະນີອອກລົດຜິດວິທີ ຫຼືຢຽບຄັນເລັ່ງແຮງຜິດປົກກະຕິເວລາຖອຍ ຫຼືອອກໂຕໃນມູມແຄບຊຶ່ງອາດເກີດການຕໍາໄດ້ແຕ່ລະບົບ DSC ຈະຊ່ວຍຊະລໍ ຫຼື ດຶງແຮງຈັກລົງ ແລະຊ່ວຍໃນການເບກຂອງລົດໂດຍບໍ່ກໍ່ໃຫ້ເກີດການຕໍາໄດ້, ຊຶ່ງທ່ານສາມາດເຂົ້າເບິ່ງລົດໂຕຈິງພ້ອມສອບຖາມລາຍລະອຽດຕ່າງໆໄດ້ທີ່ຫ້ອງຂາຍໂຕໂຢຕ້າທຸກສາຂາທົ່ວປະເທດ.

--------------------------------------------------------------------