ເລີ່ມໂຄງການພັດທະນາຕະຫຼາດກາງຄືນແຄມນໍ້າຮຸ່ງ

  ວັນທີ 31 ກໍລະກົດ 2020 ນີ້ ເມືອງໄຊຍະບູລີໄດ້ຈັດພິທີເປີດໂຄງການພັດທະນາຕະຫຼາດກາງຄືນແຄມນໍ້າຮຸ່ງຂຶ້ນໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງ ນິລັນ ຄຳພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳ ມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ຜູ້ສຳປະທານ, ອົງການປົກຄອງບ້ານຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


 ໃນພິທີທ່ານ ສອນສະຫັວນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີໄດ້ຂຶ້ນຜ່ານບົດລາຍງານການພັດທະນາຕະຫຼາດກາງຄືນແຄມນໍ້າຮຸ່ງບາງຕອນທ່ານໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມວິໄສທັດການສ້າງເທສະບານເມືອງໄຊຍະບູລີເປັນສູນກາງທາງດ້ານການເມືອງ, ເສດຖະກິດຂອງແຂວງໄຊຍະບູລີ ແລະຕາມວິໄສທັດສີຂຽວ, ສະອາດ, ສະ ຫງົບ, ສະຫວ່າງແຈ້ງ ແລະມີສະເໜ່, ຕະຫຼາດກາງຄືນເມືອງໄຊຍະບູລີໄດ້ຮັບການສ້າງຕັ້ງຂຶ້ນໂດຍຮັບທຶນຈາກທະນາຄານພັດທະນາອາຊີ (ADB) ຜ່ານອົງການທ່ອງ ທ່ຽວແຫ່ງຊາດໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງໂດຍການສະໜັບສະໜູນເງິນ 30.000 ໂດລາ, ມາຮອດປີ 2020 ທາງອົງການປົກ ຄອງເມືອງໄຊຍະບູລີ ຈຶ່ງໄດ້ປຸກລະດົມທ່ານ ເຊັ່ງ ແຊ່ຈາວ ເຈົ້າຂອງວິສາຫະກິດສ່ວນບຸກຄົນຮ້ານບັນເທີງໄນຄັບໄຊຍະບູລີບໍລິການເພື່ອມາເປັນຄູ່ຮ່ວມພັດທະນາຕາມຂໍ້ຕົກ ລົງຂອງທ່ານເຈົ້າແຂວງສະບັບເລກທີ 462/ຈຂ.ຊຍ ລົງວັນທີ 7 ພຶດສະພາ 2020.

ດິນສໍາປະທານພັດທະນາຕະຫຼາດກາງຄືນແຄມນໍ້າຮຸ່ງມີເນື້ອທີ່ 14.951 ຕາເມັດ,ມີຄວາມຍາວ 721 ກວ່າແມັດ,ໄລຍະເວລາສໍາປະທານ 30 ປີ ເລີ່ມແຕ່ປີ 2020-2050, ມູນຄ່າການລົງທຶນ 12.700 ລ້ານກວ່າກີບ, ເປັນທຶນເອກະຊົນ 100%, ແຜນຜັງລວມມີທັງໝົດ 64 ຮ້ານ, ແບ່ງອອກເປັນ 3 ໂຊນຄື: ໂຊນທີ 1 ແມ່ນສ້າງຮ້ານຂະໜາດນ້ອຍ 6x6 ແມັດຈໍານວນ 44 ຄູ່ (ມີຮ້ານຄົວອາຫານ, ຮ້ານກິນອາຫານ); ໂຊນທີ 2 ຮ້ານອາຫານ 6x25 ແມັດຈໍານວນ 5 ຮ້ານ; ໂຊນທີ 3 ແມ່ນສ້າງເປັນຮ້ານຂາຍເຄື່ອງໂອດັອບຂອງແຕ່ລະເມືອງຈຳນວນ 3 ຫຼັງຂະຫນາດ 4x20 ແມັດ, ຄາດຄະເນໄລຍະເວລາກໍ່ສ້າງ 5 ປີ ແບ່ງ ອອກເປັນ 2 ໄລຍະຄື: ໄລ ຍະທຳອິດໃຊ້ເວລາ 2 ປີໃຫ້ສຳເລັດໜ້າວຽກຄື: ການສ້າງຮ້ານອາຫານໃຫ້ສຳເລັດ 22 ຮ້ານ, ສ້າງຮ່ອງລະບາຍນໍ້າ, ຫ້ອງນໍ້າບ່ອນຈອດລົດ ແລະລານວາງສະແດງສິນ ຄ້າໂອດັອບ, ໄລຍະທີ 2 ໃຊ້ເວລາ 3 ປີ ສ້າງຮ້ານອາຫານທີ່ຍັງຄ້າງຈຳນວນ 29 ຮ້ານໃຫ້ສໍາເລັດຕາມແຜນຜັງທີ່ກໍານົດໄວ້.

-------------------------------------------

---------------

ຂ່າວ: ສົມພົງ ສີສະຫວັດ   

ຮູບພາບໜັງສືພິມເສດຖະກິດ-ສັງຄົມ