ທຸລະກິດທ່ອງທ່ຽວຫຼວງພະບາງຈັດຄາລາວານທ່ຽວລາວ

   ນັບເປັນຂ່າວດີຂອງຜູ້ສົນໃຈໃນການປະກອບສ່ວນເຂົ້າຮ່ວມງານຄາລາວານລາວທ່ຽວລາວ “ນໍ້າໃຈບ່າລາວເມືອງສູ່ສາວແດນທໍາມະຊາດ” ຈາກນະຄອນຫຼວງພະບາງ-ບ້ານນາຍາງ-ໜອງຂຽວ ທີ່ທາງສະມາຄົມທຸລະກິດທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດຂຶ້ນເປັນຄັ້ງທໍາອິດໃນລະຫວ່າງວັນທີ 1-2 ສິງຫາ 2020 ນີ້.
  ທ່ານ ກົງຈັກກີ້ ພັນທະສົມບັດ ຮອງປະທານສະມາຄົມທຸລະກິດທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດ-ສັງຄົມພວກເຮົາວ່າ: ຄວາມຕັ້ງ ໃຈຂອງສະມາຄົມທຸລະກິດທ່ອງທ່ຽວ ແຂວງຫຼວງພະບາງ ຢາກໃຫ້ບັນຍາກາດການທ່ອງທ່ຽວພາຍໃນມີຄວາມຄຶກຄື້ນແບບລາວທ່ຽວລາວທີ່ເຕັມໄປດ້ວຍໄມຕີຈິດມິດຕະ ພາບສູ່ບັນດາເມືອງເປົ້າໝາຍການທ່ອງທ່ຽວຊຶ່ງທາງສະມາຄົມໄດ້ຕັ້ງເປົ້າໄວ້ຈະຈັດກິດຈະກໍາແບບນີ້ມີ 5 ເມືອງຄື: ເມືອງປາກແຊງ, ຊຽງເງີນ, ຈອມເພັດ, ເມືອງນານ ແລະເມືອງງອຍຊຶ່ງເປັນເມືອງທໍາອິດຂອງງານນີ້.


  ສໍາລັບການເດີນທາງຈະເດີນທາງດ້ວຍລົດຕູ້ເວລາ 8:00 ໂມງ, ທີ່ຈຸດນັດພົບແມ່ນສູນຂໍ້ມູນການທ່ອງທ່ຽວ 4 ແຍກຕະຫຼາດກາງຄືນ, ຄະນະເດີນທາງໄປໜອງຂຽວຈະໄດ້ແວ່ຢ້ຽມຢາມບ້ານຫັດຖະກໍາຕໍ່າແຜ່ນເຜົ່າລື້ທີ່ບ້ານນາຍາງ ແລະເດີນທາງຕໍ່ສູ່ໜອງຂຽວ ແລະຮ່ວມກິດຈະກໍາແລກປ່ຽນຄວາມຄິດເຫັນນໍາການນໍາຂອງເມືອງງອຍມີວິທີການແກ້ໄຂແນວໃດໃຫ້ປະຊາຊົນໃນການທໍາມາຫາກິດ ແລະ ການໃຊ້ຊີວິດຫຼັງການແຜ່ລະບາດໂຄວິດ-19 ເພື່ອສ້າງບັນຍາກາດບໍ່ໃຫ້ການທ່ອງທ່ຽວມີຄວາມງຽບເຫງົາຕ້ອງໃຫ້ການທ່ອງທ່ຽວພາຍໃນເມືອງມີຄວາມຄຶກຄື້ນມ່ວນຊື່ນແບບລາວທ່ຽວລາວ.
  ສໍາລັບກິດຈະກໍາທີ່ເມືອງງອຍຈະໄດ້ມີການແຂ່ງຂັນກີລາມິດຕະພາບລະຫວ່າງທີມສະມາຄົມທຸລະກິດທ່ອງທ່ຽວກັບທີມຂອງເມືອງງອຍເພື່ອໃຫ້ບັນຍາກາດຂອງງານນີ້ມີຄວາມມ່ວນຊື່ນ, ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນພ້ອມນີ້ກໍຈະໄດ້ໄປທ່ຽວຊົມຢູ່ບັນແຫຼ່ງທ່ອງທ່ຽວຂອງເມືອງງອຍຕື່ມອີກ, ຊົມແບບອີ່ມໃຈແລ້ວໃນຕອນບ່າຍຂອງວັນທີ 2 ກໍລະກົດ ທາງຄະນະຄາລະວານຈິ່ງໄດ້ເດີນທາງກັບສູ່ຫຼວງພະບາງເມື່ອເຖິງນະຄອນຫຼວງພະບາງແລ້ວຖືວ່າສິ້ນສຸດກິດຈະກໍາລໍຖ້າສືບຕໍ່ເມືອງຕໍ່ໄປວ່າຈະເປັນເມືອງໃດ.
  ຫາກທ່ານໃດສົນໃຈເຂົ້າຮ່ວມງານຄາລາວານລາວທ່ຽວລາວ “ນໍ້າໃຈບ່າລາວເມືອງສູ່ສາວແດນທໍາມະຊາດ ” ທີ່ແຂວງຫຼວງພະບາງສາມາດຕິດຕໍ່ໄດ້ທີ່ເບີໂທ 020 55503710

_______________

ຂ່າວ: ສີສຸວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ