ເມືອງຫົງສາ ເປີດບັ້ນການສອບເສັງຈົບຊັ້ນ ມ7

  ໃນລະຫວ່າງນທີ 29-30 ກໍລະກົ ນທົ່ວເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດບັ້ນການສອບເສັງຈົບຊັ້ນມັດທະຍົມປາຍປີສຸດທ້າຍ 7 ຂຶ້ນຢ່າງເປັນທາງການຊຶ່ງໃນນີ້ມີນັກສອບເສັງທັງໝົດ 266 ຄົນ,ຍິງ 118 ໂດຍເປັນກຽດການເຂົ້າຮ່ວມຂອງທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ,ມີຄະນະກຳມະການຂັ້ນແຂວງ, ເມືອງ, ມີອໍານວຍການໂຮງຮຽນມັດທະຍົມພາຍໃນເມືອງພ້ອມດ້ວຍພະນັກງານຄູ-ອາຈານ ແລະນ້ອງນັກຮຽນຊັ້ນ 7 ເຂົ້າຮ່ວມ.

  ສໍາລັບການສອບເສັງຈົບຊັ້ນຂອງນັກຮຽນ ສົກຮຽນ 2019-2020 ທົ່ວເມືອງໄດ້ຈັດເປັນ 1 ສູນສອບເສັງ, ປະກອບມີ 15 ຫ້ອງສອບເສັງ, ມີວິຊາສອບເສັງທັງໝົດ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຊີວະສາດ ແລະວິຊາພູມສາດ. 

  ສ່ວນການສອບເສັງຈົບຊັ້ນມັດທະຍົມຕົ້ນ ຫຼື 4 ທົ່ວເມືອງມີນັກຮຽນທັງໝົດ 380 ຄົນ, ຍິງ 196 ຄົນ, ເຂົ້າສອບເສັງຕົວຈິງ 373 ຄົນ ຍິງ 195 ຄົນ, ຂາດສອບເສັງ 1 ຄົນ, ຜົນການສອບເສັງ ໄດ້ຄະແນນສົມບູນ 5 ຂຶ້ນໄປມີທັງໝົດ307 ຄົນ ຍິງ 171 ຄົນ ເທົ່າກັບ 82,30%; ສອບເສັງໄດ້ຄະແນນສົມບູນ ຂຶ້ນໄປມີທັງໝົດ 38 ຄົນ ຍິງ 25 ຄົນ ເທົ່າກັບ 10,18%.