ລາຄາວັກແຊງໂຄວິດຂອງໂມເດີນາຢູ່ທີ່ 50-60 ໂດລາ

  ໂມເດີນາ ອິງ ມີແຜນກຳນົດລາຄາຢາວັກແຊງໂຄວິດ-19 ທີ່ຢູ່ລະຫວ່າງການທົດລອງວ່າສາມາດເຂົ້າເຖິງໄດ້ແຕ່ສື່ມວນຊົນລາຍງານຖ້າຫາກທຽບກັນແລ້ວແມ່ນແພງກວ່າຂອງບໍລິສັດອື່ນ.

  ຕາມຂ່າວຕ່າງປະເທດລາຍງານວ່າໂມເດີນາຊຶ່ງເລີ່ມທົດລອງວັກແຊງໂຄວິດໄປໃນວັນທີ 27 ກໍລະກົດທີ່ຜ່ານມາເປັນໜຶ່ງໃນບໍ່ທໍ່ໃດບໍລິສັດທີ່ເຂົ້າສູ່ການທົດລອງວັກແຊງ ກັບອາສາສະໝັກສຸຂະພາບແຂງແຮງຫຼາຍ 10 ພັນຄົນ ທັງນີ້ໂມເດີນາໄດ້ຮັບເງິນສະໜັບສະໜູນຈາກລັດຖະບານອາເມລິກາໄປແລ້ວເກືອບ 1 ຕື້ໂດລາ ສະຫະລັດ ເພື່ອນໍາໄປໃຊ້ເປັນທຶນວິໄຈ ແລະພັດທະນາວັກແຊງໂຄວິດ-19ພາຍໃຕ້ປະຕິວັດການ ວອບ ສະປິດ ເລັ່ງພັດທະນາວັກແຊງໂຄວິດຂອງລັດຖະບານອາເມລິກາ,ໂດຍມີການລາຍ ງານໃນວັນທີ 28 ກໍລະກົດວ່າບໍລິສັດແຫ່ງນີ້ວາງແຜນຕັ້ງລາຄາວັກແຊງຢູ່ທີ່ 50-60 ໂດລາຕໍ່ວັກແຊງ 1 ໂດສທີ່ປະກອບດ້ວຍວັກແຊງ 2 ໂດສ ຊຶ່ງແພງກວ່າວັກແຊງຕົວອື່ນໆ ຂອງໄຟເຊີ ອິງ ແລະໄອໂອເອັນເທກຢ່າງໜ້ອຍ 11 ໂດລາ, ນອກຈາກນີ້ຍັງແພງກວ່າລາຄາວັກແຊງຂອງແອສຕຣາເຊເນກາຢູ່ທີ່ປະມານ 4 ໂດລາ ແຕ່ເປັນລາຄາຕໍ່ 1 ໂດສ.

  ໂມເດີນາ ຕັ້ງໃຈຈະຂາຍວັກແຊງໃນລາຄາ 50-60 ໂດລາ ໃຫ້ກັບລັດຖະບານອາເມລິກາ ແລະປະເທດອື່ນໆທີ່ມີລາຍໄດ້ສູງໂດຍເຈົ້າໜ້າທີ່ຂອງໂມເດີນາເປີດເຜີຍວ່າ ຂະນະນີ້ກຳລັງເຈລະຈາຂາຍວັກແຊງໂຄວິດ-19 ກັບລັດຖະບານຫຼາຍປະເທດ.