ກຳປູເຈຍ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 7 ຄົນ

 ກຳປູເຈຍລາຍງານພົບຄົນເຈັບຕິດເຊື້ອໂຄວິດ-19 ເພີ່ມຕື່ມອີກ 7 ຄົນ ໂດຍເປັນຜູ້ຕິດເຊື້ອທີ່ເດີນທາງກັບມາຈາກຕ່າງປະເທດທັງໝົດເຮັດໃຫ້ຈຳນວນຜູ້ຕິດເຊື້ອໂຄວິດຂອງປະເທດຢູ່ທີ່ 233 ຄົນ.

  ຕາມຂ່າວຕ່າງປະເທດລາຍງານໃນວັນທີ 29 ກໍລະກົດ ທີ່ຜ່ານມາວ່າຜູ້ຕິດເຊື້ອທີ່ພົບ 4 ຄົນ ເປັນຊາວກຳປູເຈຍທີ່ເດີນທາງກັບປະເທດໃນວັນທີ 10 ກໍລະກົດ ທີ່ຜ່ານມາ, ຂະນະທີ່ຜູ້ຕິດເຊື້ອອີກ 3 ຄົນ ພົບໃນຊາຍກຳປູເຈຍທີ່ເດີນທາງມາຈາກອິນໂດເນເຊຍໃນວັນທີ 23 ກໍລະກົດຜົນອອກມາຕິດເຊື້ອໂຄວິດ-19 ຊຶ່ງຄົນເຈັບທີ່ຕິດເຊື້ອໂຄວິດ-19 ທັງໝົດຖືກນໍາຕົວເຂົ້າຮັບການປິ່ນປົວທີ່ສູນສຸຂະພາບທາງພາກໃຕ້ຂອງນະຄອນຫຼວງພະນົມເປັນ.

  ກຳປູເຈຍມີຍອດຄົນເຈັບທີ່ຕິດເຊື້ອໂຄວິດ-19 ສະສົມຢູ່ທີ່ 233 ຄົນ ເປັນຄົນເຈັບທີ່ປິ່ນປົວຫາຍດີແລ້ວ 154 ຄົນ ແລະຢູ່ລະຫວ່າງການປິ່ນປົວອີກ 79 ຄົນ.