ເອັມວີສຸດທ້າຍຂອງຮາຣຸມະ ຖືກປ່ອຍອອກມາຫຼັງເສຍຊີວິດ

   ຖືເປັນຂ່າວເສົ້າທີ່ສະເທືອນທັງວົງການບັນເທີງຍີ່ປຸ່ນ ເມື່ອ ມິອູຣະ ຮາຣຸມະ ພະເອກຊື່ດັງລະດັບແນວໜ້າໄດ້ຈົບຊີວິດຕົວເອງລົງໃນອາຍຸພຽງ 30 ປີ ໃນວັນທີ 18 ກໍລະກົດທີ່ຜ່ານມາທ່າມກາງຄວາມໂສກເສົ້າຂອງແຟນໆທົ່ວໂລກ.

  ຫຼ້າສຸດໃນວັນທີ 24 ກໍລະກົດ ປີ 2020 ທີ່ຜ່ານມາທາງຕົ້ນສັງກັດຂອງພະເອກຜູ້ລ່ວງລັບໄດ້ປ່ອຍເອັມວີເພງໃໝ່ຂອງລາວທີ່ຖ່າຍເອົາໄວ້ກ່ອນເສຍຊີວິດອອກມາໃຫ້ໄດ້ຊົມກັນຊິງເກິລນີ້ມີຊື່ວ່າ Night Diverແຕ່ກ່ອນມີການວາງແຜນເອົາໄວ້ວ່າຈະປ່ອຍອອກມາໃຫ້ໄດ້ຮັບຊົມກັນໃນວັນທີ 26 ສິງຫາທີ່ຈະມາເຖິງນີ້ແຕ່ເພາະການເສຍຊີວິດທີ່ບໍ່ຄາດຄິດຂອງຮາຣຸມະທາງທີມງານຈຶ່ງຕັດສິນໃຈເຜີຍແຜ່ເອັມວີນີ້ເພື່ອຖືເປັນຜົນງານສຸດທ້າຍທີ່ຮາຣຸມະໄດ້ປະໄວ້ເປັນຄວາມຊົງຈຳຂອງແຟນໆ.