ຊຳຊຸງປະຕິເສດຂ່າວຍ້າຍການຜະລິດຈໍຄອມພິວເຕີ ຈາກຈີນໄປຍັງຫວຽດນາມ

  ໜັງສືພິມ TuoiTre ຂອງ ສສ ຫວຽດນາມລາຍງານວ່າ Samsung Vina Electronics ໃນຫວຽດນາມໄດ້ປະກາດໃນເວັບໄຊເຖິງແຜນການຍ້າຍສາຍການຜະລິດຈໍຄອມພິວເຕີສ່ວນໃຫຍ່ຂອງຊຳຊຸງຈາກຕ່າງປະເທດຊຶ່ງໝາຍເຖິງ ສປ ຈີນໄປຍັງ Samsung HCMC CE Complex (SEHC) ໃນຫວຽດນາມແຕ່ Samsung Electronics ບໍລິສັດແມ່ໃນນະຄອນຫຼວງເຊອູນຂອງ ສ.ເກົາຫຼີ ຫຼືປະຕິເສດຂ່າວດັ່ງກ່າວ.

  Samsung Electronics ເປັນຜູ້ລົງທຶນຕ່າງຊາດທີ່ໃຫຍ່ທີ່ສຸດໃນຫວຽດນາມດ້ວຍເງິນລົງທຶນລວມທັງໝົດ 17 ຕື້ໂດລາສະຫະລັດ ແລະໄດ້ດຳເນີນການຜະລິດຈໍຄອມພິວເຕີທີ່ຫວຽດນາມໃນໂຮງງານຈຳນວນ 6 ແຫ່ງລວມທັງສູນວິໄຈແລະພັດທະນາ 2 ແຫ່ງ ແຕ່ຖ້າວ່າຂ່າວການຍ້າຍສາຍການຜະລິດຈໍຄອມພິວເຕີມາຍັງຫວຽດ ນາມເປັນຄວາມຈິງກໍຈະເຮັດໃຫ້ຫວຽດນາມກາຍເປັນຊັພພລາຍເອີຈໍຄອມພິວເຕີຊັ້ນນຳຂອງ Samsung ແລະ ຈະຊ່ວຍເປີດປະຕູນຳຈໍຄອມພິວເຕີຂອງຊຳຊຸງໄປສູ່ຕະ ຫຼາດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.

  ເຖິງແມ່ນວ່າ Samsung ໃນ ສ.ເກົາຫຼີ ຈະປະຕິເສດວ່າຂ່າວນີ້ບໍ່ເປັນຄວາມຈິງແຕ່ກໍອາດເປັນໄປໄດ້ທີ່ບໍລິສັດຕ່າງໆຈະມີຄວາມກັງວົນຫຼັງຈາກເກີດການແຜ່ລະບາດຂອງໂຄວິດ-19 ທີ່ເຮັດໃຫ້ພາກການຜະລິດທົ່ວໂລກຕ້ອງຢຸດຊະງັກດັ່ງນັ້ນບໍ່ແປກທີ່ບໍລິສັດເຫຼົ່ານີ້ຈະມອງຫາການກະຈາຍຊັພພລາຍເຊນທີ່ນອກເໜືອຈາກຈີນ.