ບວດ ຫຼື ການບວດນັ້ນເປັນປະເພນີລາວທີ່ສືບຕໍ່ປະຕິບັດກັນມາແຕ່ບູຮານນະການເມື່ອຜູ້ຊາຍລາວອາຍຸຄົບບວດຈະຕ້ອງບວດໃຫ້ໄດ້ຈັກເທື່ອໜຶ່ງໃນຊີວິດເພື່ອການສຶກ ສາພະທໍາຄຳສອນຂອງພະສໍາມາສໍາພຸດທະເຈົ້າ ແລະສືບທອດອາຍຸພະພຸດທະສາສະໜາສ້າງກຸສົນອັນຍິ່ງໃຫຍ່ໃຫ້ແກ່ຕົນເອງ ແລະບິດາມານດາລວມທັງຍາດຕິພີ່ນ້ອງ.
ຜູ້ທີ່ໄດ້ບວດຖືວ່າເປັນຜູ້ທີ່ມີບຸນຫຼາຍເພາະຜູ້ທີ່ມາຢູ່ໃນທໍາມະໃຕ້ຜ້າສະບົງຕ້ອງໄດ້ສະສົມບຸນມາຂ້າມພົບຂ້າມຊາດເມື່ອບາລະມີຫຼາຍຂຶ້ນກໍໂອກາດໄດ້ມາບວດໃນພະພຸດທະສາສະໜາເຊັ່ນໃນຄັ້ງຜູ້ທີ່ຈະມາບວດບໍ່ແມ່ນສະເພາະຜູ້ດ້ອຍໂອກາດແຕ່ເປັນຜູ້ທີ່ມາຈາກ ຫຼາຍຕະກູນທີ່ປະສົບຄວາມສຳເລັດໃນຊີວິດຊຶ່ງໄດ້ເຫັນໂທດໄພໃນການຄອງເຮືອນໃນວັນຕະສົງສານຈຶ່ງອອກບວດການທີ່ຕະກຸນກະສັດພຣາມ ແລະມະຫາເສດຖີເຂົ້າມາບວດນັ້ນສະແດງວ່າການບວດບໍ່ແມ່ນເລື່ອງທຳມະດາແຕ່ເປັນເລື່ອງທີ່ສຳຄັນຢ່າງຍິ່ງ, ການບວດຈະເປັນການຊ່ວຍທະນຸບຳລຸງພະພຸດທະສາສະໜາ ແລະມີສ່ວນສຳຄັນທີ່ຈະເຮັດໃຫ້ປະເທດທີ່ເຮົາຢູ່ອາໄສເປັນດິນແດນແຫ່ງສັນຕິສຸກອັນເກີດຈາກພຸດທໍາ ແລະຍັງເປັນໂອກາດອັນດີທີ່ຜູ້ບວດຈະໄດ້ຝຶກຝົນອົບຮົມຕົນເອງເພື່ອໃຫ້ເປັນພະແທ້ຕາມພະທໍາວິໄນມີສີນສະມາທິ ແລະ ປັນຍາຊຶ່ງຖືເປັນການໃຊ້ວັນເວລາຢ່າງມີຄ່າ ແລະມີຄວາມໝາຍຕໍ່ການເກີດມາເປັນມະນຸດຢ່າງຍິ່ງດັ່ງທີ່ພະສໍາມາສໍາພຸດທະເຈົ້າຕັດໄວ້ວ່າ “ຊີວິດພຽງວັນດຽວຂອງຜູ້ມີສີນມີສະມາທິຍັງປະເສີດກວ່າຊີວິດຕັ້ງຮ້ອຍປີຂອງຜູ້ບໍ່ມີສິນບໍ່ມີສະມາທິ”.
ຄຳວ່າ “ບວດ ຫຼື ບວຊ”ເປັນພາສາລາວຊຶ່ງໄດ້ມາຈາກພາສາບາລີວ່າ “ປັພພັຊຊາ” ຊຶ່ງມີຮາກສັບຄື “ປະ+ວະຊະ” ປະແປວ່າທົ່ວ ຫຼື ສິ້ນເຊິງວະຊະແປວ່າໄປຫຼືເວັ້ນຄໍາວ່າ “ປັບພະຊາ ຫຼື ບວດ ຫຼື ບວຊ” ຈຶ່ງແປວ່າໄປໂດຍສິ້ນ ເຊິງ ຫຼື ການເວັ້ນ ໂດຍສິ້ນເຊິງ ນັ້ນໝາຍເຖິງລະທາງໂລກລະຈາກ ການຄອງເຮືອນໄປສູ່ຄວາມເປັນບັນພະສິດ ຫຼື ບຸກຄົນຜູ້ທີ່ບໍ່ໄດ້ຄອງເຮືອນນັ້ນເອງ,ຄະນະປັດຊະຍາສູນກາງພຸດທະສາສະໜາສໍາພັນລາວກ່າວວ່າປັບພະຊາໝາຍເອົາການບວດທົ່ວໄປລວມທັງອຸປະສົມບົດຄືບວດເປັນສາມະເນນແນ່, ໃນປະຈຸບັນນີ້ປັບພະຊາໝາຍເອົາການບວດເປັນສາມະເນນອຸປະສົມບົດໝາຍເອົາການບວດເປັນພະພິກຂຸແຕ່ກ່ອນຈະອຸປະສົມບົດກໍຕ້ອງປັບພະຊາເປັນສາມະເນນມາກ່ອນຈະອຸປະສົມບົດໄປເລີຍບໍ່ໄດ້.
ສະຫຼຸບ “ບວດ ຫຼື ບວຊ”ໝາຍເຖິງການປະຕິບັດຕົນເພື່ອອອກຈາກຄວາມທຸກ ແລະທໍາໃຫ້ແຈ້ງຊຶ່ງພະນິພານຄືຄວາມດັບທຸກນັ້ນເອງຢ່າງໃດກໍຕາມການບວດໄດ້ພຽງເວລາອັນສັ້ນກໍຍັງດີເພາະນອກຈາກການສືບຕໍ່ອາຍຸພະພຸດທະສາສະໜາແລ້ວຍັງເປັນເຫດໃຫ້ຜູ້ບວດຮູ້ຈັກຝຶກຫັດຄວາມອົດທົນ ແລະຄວາມເສຍສະລະອີກດ້ວຍ.
ໃນສະໄໝບູຮານຄົນທີ່ອອກບວດຍ່ອມບວດເພາະຄວາມຊະລາຄວາມເຈັບປ່ວຍບໍ່ມີຊັບສົມບັດບໍ່ມີຍາດຕິພີ່ນ້ອງເພື່ອນມິດສະຫາຍສໍາລັບພະພຸດທະເຈົ້ານັ້ນພະອົງໄດ້ພິ ຈາລະນາເຖິງຄວາມເກີດແກ່ເຈັບຕາຍຈຶ່ງອອກບວດ, ສ່ວນຄົນທຸກວັນນີ້ບວດຕາມປະເພນີເມື່ອອາຍຸຄົບຕາມກໍາໜົດກໍບວດແກ້ບະດ້ວຍຄວາມເຈັບໄຂ້ໄດ້ປ່ວຍບວດຕອບ ແທນບຸນຄຸນພໍ່ແມ່ເປັນຕົ້ນ.
______________________________________