ວັດຈອມເຂົາມະນີລັດ ເມືອງຫວ້ຍຊາຍ

   ວັດຈອມເຂົາມະນີລັດເປັນວັດເກົ່າແກ່ແຫ່ງໜຶ່ງທີ່ມີຄວາມສັກສິດຕັ້ງຢູ່ໃຈກາງເມືອງຫ້ວຍຊາປັນສະຖານທີ່ທີ່ຊາວພຸດທະສາສະນິກະຊົນໃຫ້ຄວາມເຄົາລົບນັບຖືກມາແຕ່ສະໄໝບູຮານນະການ, ຊຶ່ງມາໃນປະຈຸບັນນອກຈາກເປັນບ່ອນສັກກາລະບູຊາກາບໄຫວ້ແລ້ວຍັງເປັນສະຖານທີ່ທ່ອງທ່ຽວນໍາອີກ.

  ວັດຈອມເຂົາມະນີລັດສ້າງຕັ້ງຂຶ້ນໃນປີ 1880 ຕັ້ງຢູ່ເທິງເນີນພູເໜືອເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫັນໜ້າໄປທາງເມືອງຊຽງຂອງ (ປະເທດໄທ) ມີຄວາມສູງປະ ມານ 100 ແມັດຫ່າງຈາກທ່າເຮືອທ່າດ່ານ 200 ແມັດຮູບແບບຂອງການປຸກສ້າງແມ່ນໄດ້ເຮັດດ້ວຍໄມ້ສັກເປັນບ່ອນສັກກາລະບູຊາຂອງຊາວເມືອງ ແລະ ນັກທ່ອງທ່ຽວ, ວັດແຫ່ງນີ້ຍັງໄດ້ເປັນຕົ້ນກຳເນີດຂອງເຮືອນຕັ້ງເສົາຢອງຫີນໃນກາງສະຕະວັດທີ 15 (ປະຈຸບັນຖືກໄຟໄໝ້ແລ້ວ), ພາຍໃນສິມໄດ້ມີຮູບພາບເລົ່າປະຫວັດຂອງພະພຸດທະເຈົ້າ, ມີເຕົ່າຫີນເພື່ອສ່ຽງທວາຍ, ບານປະຕູສະຫຼັກດ້ວຍຮູບພາບປະຫວັດຂອງທ້າວ ສີທົນ ແລະນາງ ມະໂນລາ ທີ່ສວຍສົດງົດງາມ.

  ພາຍໃນບໍລິເວນວັດດັ່ງກ່າວມີພະອຸໂບສົດຂະໜາດກາງສ້າງດ້ວຍໄມ້ສັກສິລະປະແບບໄທໃຫຍ່ພາຍໃນຝາຂອງພະອຸໂປສົດມີຮູບແຕ້ມສີນໍ້າມັນເປັນສິລະປະແບບລາວມີສີ ສັນທີ່ຈົບງາມ, ມີຫໍກອງຊຶ່ງມີລະຄັງ ແລະກອງໃຫຍ່; ຢູ່ເທິງຫໍກອງສາມາດເບິ່ງເຫັນທິວທັດຂອງ ແມ່ນໍ້າຂອງ ແລະຝັ່ງໄທໄດ້ຢ່າງ ຊັດເຈນ, ວັດຈອມເຂົາມະນີລັດໄດ  ັບການບູລະນະປະຕິສັງຂອນໃໝ່ໂດຍສົມເດັດພະເທບພະຣັດຣາຊະສຸດາເມື່ອຄັ້ງທີ່ສະເດັດມາຢ້ຽມ ຢາມເມືອງຫ້ວຍຊາຍເມື່ອປີ . 2537.

  ນອກຈາກນີ້ຢູ່ເທິງພູໃກ້ກັນນີ້ກໍຍັງມີປ້ອມກາໂນປ້ອມເກົ່າຂອງພວກລ່າເມືອງຂຶ້ນຝຣັ່ງ, ະຈຸບັນໃຊ້ເປັນທີ່ຕັ້ງຂອງກອງທັບລັດຖະບານລາວບໍ່ອະນຸຍາດໃຫ້ຄົນທຳມະດາເຂົ້າໄປຊົມ.