ທົ່ວໂລກມີຜູ້ຕິດເຊື້ອໂຄວິດ 16,4 ລ້ານຄົນ

  ຕາມຕົວເລກທີ່ໄດ້ອັບເດດໃນເວັບໄຊ Worldometer.infor ໄລ່ຮອດເວລາ 6 ໂມງເຊົ້າວັນທີ 27 ກໍລະກົ(ຕາມເວລາຂອງບ້ານເຮົາ), ຍອດຈຳນວນຜູ້ຕິດເຊື້ອພະຍາດໃນທົ່ວໂລກແມ່ນ 16.393.955 ຄົນ, ໃນນັ້ນມີ 651.503 ຄົນເສຍຊີວິດໂລກລະບາດໄດ້ສົ່ງຜົນກະທົບເຖິງ 213 ປະເທດ ແລະເຂດແຄ້ວນໃນທົ່ວໂລກ.

   ຕາມຂ່າວສານຫວຽດນາມລາຍງານວ່າອາເມລິກາຍັງແມ່ນໃຈກາງຂອງໂລກລະບາດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ – 19 ໃໝ່ຕື່ມອີກ 50.173 ຄົນ ແລະ ຈຳນວນຜູ້ເສຍຊີວິດໃໝ່ຕື່ມອີກ 374 ຄົນ,ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອໂຄວິດ–19 ຢູ່ປະເທດນີ້ຂຶ້ນເຖິງ 4.365.846 ຄົນ ແລະຍອດຈຳນວນຜູ້ເສຍຊີວິດແມ່ນ 149.772 ຄົນ. ຖັດມາແມ່ນ: ບຣາຊິນ, ອິນເດຍ, ຢູ່ທະວີບອາຟຣິກກາ, ປະເທດອາຟຣິກກາໃຕ້ໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອ 445.433 ຄົນ ແລະຍອດຈຳນວນຜູ້ເສຍຊີວິດ 6.796 ຄົນ.

  ຢູ່ເອີຣົບ, ປະເທດອັງກິດຍັງແມ່ນປະເທດມີອັດຕາຜູ້ເສຍຊີວິດສູງທີ່ສຸດໃນໂລກປະເທດນີ້ມີຜູ້ຕິດເຊື້ອພະຍາດໂຄວິດ– 19 ໃໝ່ຕື່ມອີກ 745 ຄົນ ໃນນັ້ນມີຜູ້ເສຍຊີວິດ 14 ຄົນໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດຂຶ້ນເຖິງ 299.426 ຄົນ ແລະ ຍອດຈຳນວນຜູ້ເສຍຊີວິດແມ່ນ 45.752 ຄົນ. ຢູ່ອາຊີຕາເວັນອອກສ່ຽງໃຕ້, ອິນໂດເນເຊຍ, ຟິລິບປິນແມ່ນສະຖານທີ່ແຜ່ລະບາດຢ່າງຮ້າຍແຮງທີ່ສຸດໃນພາກພື້ນ.