ວຕ ໄຊຍະບູລີປະກາດແຕ່ງຕັ້ງຫຼາຍຕຳແໜ່ງງານ

  ພະແນກວິທະຍາສາດ ແລະເຕັກໂນໂລຊີ (ວຕ) ແຂວງໄຊຍະບູລີ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ແລະຫົວໜ້າຂະແໜງ, ຮອງຂະແໜງຫຼາຍຕໍາແໜ່ງງານ ຂຶ້ນໃນວັນທີ 24 ກໍລະກົດ 2020 ນີ້ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວເຂົ້າຮ່ວມມີ ທ່ານ ດວງຕາ ໄຊວຸດ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນທັນ ເພັງສະກຸນ ຫົວ ໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ,ມີຄະນະພະແນກ, ແຂກຖືກເຊີນພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຂະແໜງການ ແລະວິຊາການພາຍໃນພະແນກ.
    ທ່ານ ຫຸມ ມະໄລຄໍາ ຫົວໜ້າຂະແໜງກໍ່ສ້າງພັກຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີສະບັບເລກທີ 744, 745, 746, 747, 748, 749, 750, 751 ແລະ 725/ຈຂ.ຊຍ, ລົງວັນທີ 21 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີ ແລະແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງການພາຍໃນພະແນກ. ດັ່ງນັ້ນເຈົ້າແຂວງໄຊຍະບູລີຕົກລົງແຕ່ງຕັ້ງທ່ານ ນິລັນດອນ ຈິດຕະກອນ ຄະນະໜ່ວຍພັກຫົວໜ້າຂະ ແໜງຊັບສິນທາງປັນຍາ,ມາດຕະຖານ ແລະວັດແທກຂຶ້ນເປັນຮອງຫົວໜ້າພະແນກ, ແຕ່ງຕັ້ງທ່ານ ສົມບັດ ສີສະຫວາດ ວິຊາການຂະແໜງຊັບສິນທາງປັນຍາມາດຕະ ຖານ ແລະ ວັດແທກຂຶ້ນເປັນຮອງຫົວໜ້າຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ, ແຕ່ງຕັ້ງທ່ານ ນາງ ວຽງທອງ ສິດທິສັກ ວິຊາການຂະແໜງຊັບສິນທາງປັນຍາ, ມາດຕະ ຖານ ແລະວັດແທກຂຶ້ນເປັນຮອງຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະວັດແທກ, ແຕ່ງຕັ້ງທ່ານ ຍົມມະນີ ແກ້ວບົວ ວິຊາການຂະແໜງຈັດຕັ້ງບໍລິຫານ ແລະ ການເງິນຂຶ້ນເປັນຮອງຫົວໜ້າຂະແໜງຈັດຕັ້ງບໍລິຫານ ແລະການເງິນ, ແຕ່ງຕັ້ງ ທ່ານ ນາງ ບົວລົມ ສີລິວົງ ວິຊາການຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ ຂຶ້ນເປັນຮອງຫົວໜ້າຂະແໜງຈັດຕັ້ງບໍລິຫານ ແລະການເງິນ, ແຕ່ງຕັ້ງທ່ານ ພິດສະໝອນ ພິລາບູນ ວິຊາການຂະແໜງວິທະຍາສາດເຕັກໂນໂລຊີ ແລະນະວັດຕະກໍາ ຂຶ້ນເປັນຮອງຫົວໜ້າຂະແໜງວິທະຍາສາດເຕັກໂນໂລຊີ ແລະນະວັດຕະກໍາ, ແຕ່ງຕັ້ງທ່ານ ເຊັງ ທາວ ວິຊາການຂະແໜງວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ ຂຶ້ນເປັນຮອງຫົວໜ້າຂະແໜງວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ, ແຕ່ງຕັ້ງທ່ານ ພຽງປະດິດ ຄໍາພາ ຮອງຫົວໜ້າຂະແໜງວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາຂຶ້ນເປັນຫົວໜ້າຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ ແລະຍົກຍ້າຍ ທ່ານ ມີໄຊ ໄຊຊະນະ ພະນັກງານລັດຖະກອນທີ່ສັງກັດຢູ່ຫ້ອງວ່າການແຂວງມາ ປະຈໍາການຢູ່ພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງ.


   ຈາກນັ້ນ ທ່ານ ດວງຕາ ໄຊວຸດ ຫົວໜ້າຄະນະຈັດຕັ້ງແຂວງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຮັບໜ້າທີ່ໃໝ່ເພື່ອຈະພ້ອມກັນພັດທະນາວຽກງານວິ ທະຍາສາດ ແລະ ເຕັກໂນໂລຊີໃຫ້ເຂັ້ມແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ທ່ານຍັງໄດ້ເນັ້ນໃຫ້ທຸກຄົນຈົ່ງໄດ້ຊອກຮູ້ຮໍ່າຮຽນ, ທິດສະດີ, ຄຸນສົມບັດສິນທໍາປະຕິວັດໃຫ້ ກວ້າງຂວາງ, ປະຕິບັດວຽກງານຕ້ອງເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບສ້າງຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ,ຕັ້ງໜ້າເອົາໃຈໃສ່ເປັນເສນາທິການ ໃຫ້ແກ່ຄະນະພັກພະແນກເຮັດໃຫ້ວຽກງານວິທະຍາສາດ ແລະເຕັກໂນໂລຊີກ້າວຂຶ້ນ ແລະເປັນທີ່ຍອມຮັບຂອງສັງຄົມ.

_____________

ຂຽນໂດຍ: ບຸນທີ, >> ໜັງສືພິມເສດຖະກິດ-ສັງຄົມ