ປີນີ້ຊາວນາຫຼາຍທ້ອງຖິ່ນເຮັດນາບໍ່ໄດ້ຍ້ອນວິກິດໄພແລ້ງ

    ສະພາບໄພແຫ້ງແລ້ງຢູ່ຫຼາຍທ້ອງຖິ່ນຂອງແຂວງອັດຕະປືເກີດຂຶ້ນຍ້ອນຝົນຖີ້ມຊ້ວງແກ່ເວລາຍາວເປັນຕົ້ນແມ່ນຢູ່ໃນລະຫວ່າງທ້າຍເດືອນພຶດສະພາ ຫຼື ອີກໃນຫຼາຍເດືອນຕໍ່ໜ້າກໍ່ອາດຈະເປັນໄປໄດ້ຊຶ່ງເປັນສາເຫດຕົ້ນຕໍເຮັດໃຫ້ຊາວນາຈຳນວນຫຼາຍຖືກວິຕົກກັງວົນຢ່າງຮຸນແຮງຈຳເປັນຕ້ອງໄດ້ເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງຊອກວິທີແກ້ໄຂຕ້ານກັບສະພາບໄພແຫ້ງແລ້ງເພື່ອປັບປຸງປ່ຽນແປງຊີວິດການເປັນຢູ່ທີ່ປະເຊີນໜ້າກັບສິ່ງທ້າທາຍນີ້ໄດ້ຮັບແກ້ໄຂຕາມສະພາບການ.

  ທ່ານ ພູສະເເຫວງ ສິທິປັນຍາ ນາຍບ້ານແກ້ງໄຊ ເມືອງໄຊເຊດຖາ ແຂວງອັດຕະປື ໄດ້ໃຫ້ສຳພາດໃນຫວ່າງບໍ່ດົນມານີ້ວ່າ: ບ້ານແກ້ງໄຊເເມ່ນເປັນອີກບ້ານໜຶ່ງທີ່ຊາວ ນາຖືກປະສົບກັບໄພແຫ້ງແລ້ງຊຶ່ງໃນບ້ານນີ້ມີເນື້ອທີ່ນາປີທັງໝົດ 400 ກວ່າເຮັກຕາ, ປະຕິບັດຕົວຈິງມີ 300 ກວ່າເຮັກຕາ, ການໄຖນາສຳເລັດໄດ້ 100%, ຕົກກ້າໄດ້ 100% ມາຮອດປະຈຸບັນປາກົດວ່າຜົນຜະລິດຖືກເສຍຫາຍຈາກໄພແຫ້ງແລ້ງມີປະເພດແນວພັນເຂົ້າປູກທີ່ໄດ້ຫວ່ານໄປແລ້ວຖືກເສຍຫາຍ 20 ກວ່າໂຕນ, ໃນນີ້ມີແນວພັນເຂົ້າປູກຂອງຂະແໜງກະສິກຳຊ່ວຍເຫຼືອມີ 22 ຄອບຄົວ,ໝົດບ້ານແກ້ງໄຊໄດ້ປັກດຳພຽງແຕ່ 3 ຄອບຄົວ ມີເນື້ອທີ່ປະມານ 5 ເຮັກຕາ ແລະກໍ່ໄດ້ຖືກເສຍຫາຍເຊັ່ນກັນທັງນັ້ນ, ນອກຈາກນີ້ຍັງມີເນື່ອທີ່ສວນມັນຕົ້ນ35 ເຮັກຕາ, ສວນສາລີ 10 ເຮັກຕາ ແລະພືດຊະນິດຕ່າງໆຈຳນວນໜຶ່ງຖືກເສຍຫາຍ.

ພາບປະກອບຂ່າວ:

  ທ່ານ ພູສະເເຫວງ ສິທິປັນຍາ ຍັງໃຫ້ຮູ້ຕື່ມອີກວ່າ: ບ້ານແກ້ງໄຊ ເປັນບ້ານຊຸມຊົນຢູ່ຫ່າງໄກສອກຫຼີກມີພົນລະເມືອງທັງໝົດ 1.423 ຄົນ, ຍິງ 721 ຄົນ, ມີ 254 ຫຼັງຄາເຮືອນ, ມີ 351 ຄອບຄົວ ໃນນີ້ຄອບຄົວທຸກຍາກ ມີ 12 ຄອບ ຄົວສ່ວນໃຫຍ່ປະຊາຊົນແມ່ນຢຶດຖືອາຊີບຊາວກະສິກອນເຊັ່ນ: ເຮັດນາ,ເຮັດສວນ, ປູກຝັງລ້ຽງສັດ ແລະ ອາຊິບຄ້າຂາຍເປັນສຳຮອງຕໍ່ກັບສະພາບໄພແຫ້ງແລ້ງດັ່ງວ່ານີ້ແມ່ນໄດ້ສ້າງຜົນກະທົບໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນບ້ານແກ້ງໄຊກໍ່ຄືຢູ່ໃນທົ່ງພຽງ ເມືອງໄຊເຊດຖາ ເປັນຈຳນວນຫຼາຍດັ່ງນັ້ນ,ຮຽກຮ້ອງມາຍັງພັກ-ລັດ ແຕ່ລະຂັ້ນເປັນຕົ້ນພະແນກກະສິກຳ ແລະປ່າໄມ້ແຂວງສືບຕໍ່ຊອກຫາວິທີທາງປະຕິບັດໂຄງການກະ ກຽມຕ້ານໄພແຫ້ງແລ້ງເພື່ອສົ່ງເສີມການຜິດຂອງປະຊາຊົນໃຫ້ມີຜົນປະໂຫຍດທາງດ້ານເສດຖະກິດຫຼາຍກວ່າການເຮັດນາຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເຂົ້າສະພາວະປົກກະຕິ.

______________

ຂຽນໂດຍ: ນັກຂ່າວ ເມືອງໄຊເສດຖາ, ໜັງສືພິມເສດຖະກິດ-ສັງຄົມ