ສາລະພັດປະໂຫຍດຈາກໜວດສາລີ

   ໜວດສາລີ ມີສັບພະຄຸນຊ່ວຍໃນການຂັບຖ່າຍປັດສະວະ, ຫຼຸດການບວມ, ລະບາຍຄວາມຮ້ອນອອກທາງການປັດສະວະ, ປັບສົມດູນລົມປານຕັບ, ຂັບນໍ້າບີຈຶ່ງເໝາະໃນການໃຊ້ຮັກສາຜູ້ປ່ວຍພະຍາດໄຕ, ຕັບອັກເສບ, ໜີ້ວຖົງບີອັກເສບ, ຖົງນໍ້າບີອັກເສບ, ຮາກເປັນເລືອດ, ໄຊນັສອັກເສບ, ຝີເຕົ້ານົມ, ຊ່ວຍລຸດຄວາມດັນ ແລະນໍ້າຕານໃນເລືອດ.

 ວີທີນໍາໃຊ້: ພຽງແຕ່ນໍາໜວດສາລີປະມານ 1 ຍຸບ ມືມາໃສ່ໃນຈອກແລ້ວຖອກນໍ້າຮ້ອນລົງ (ເຮັດຄືການຊົງຊາດື່ມ) ປະໄວ້ຈົນນໍ້າກາຍເປັນສີເຫຼືອງແລ້ວຈຶ່ງຄ່ອຍດື່ມສຳລັບຜູ້ປ່ວຍແມ່ນເຮັດແບບນີ້ດື່ມຕາງນໍ້າທຸກໆມື້ຈະເປັນຜົນດີຕໍ່ສຸຂະພາບ.

_________

ຮຽບຮຽງໂດຍ: ຟ້າ