ໄອໂຟນ 12 ຈະຍັງບໍ່ໄດ້ໃຊ້ໜ້າຈໍແບບບີໂອອີ ໂອແອລອີດີ

   ກ່ອນໜ້ານີ້ມີລາຍງານກ່ຽວກັບ Samsung Galaxy S21 ວ່າຈະບໍ່ໄດ້ໃຊ້ຈໍແບບ BOE OLED ໃນ Galaxy S21 ລ້າສຸດນີ້ເໝືອນກັບ Apple ຈະບໍ່ໄດ້ ໃຊ້ງານໜ້າຈໍແບບນີ້ເຊັ່ນດຽວກັນ.

  ໂດຍເຫດຜົນທີ່ຍັງຄົງບໍ່ໄດ້ໃຊ້ໜ້າຈໍແບບນີ້ທັງຄູ່ເພາະມີສັນຍານຈາກການທົດສອບຄັ້ງລ້າສຸດຜົນອອກມາບໍ່ຜ່ານທັນໃນຊ່ວງເດືອນສິງຫາ ແລະລວມທັງລາຄາຂອງໜ້າຈໍລຸ້ນນີ້ມີລາຄາສູງ ແລະຄວາມສາມາດຂອງໜ້າຈໍ OLED ຍັງຕອບສະໜອງໄດ້ດີກວ່າ.

   ໂດຍຄາດວ່າ Apple ຈະເລືອກໃຊ້ໜ້າຈໍ OLED ແບບເດີມໃນ iPhone 12 ລຸ້ນປົກກະຕິໂດຍຄວາມຈິງແລ້ວໜ້າຈໍແບບ BOE ມີໃຊ້ຢູ້ກັບ Apple Watch ທີ່ມີຂະໜາດຜະລິດແລະຜະລິດໂດຍ LG ຄາດວ່າໃນຊີຣີ 6 ກໍຈະໃຊ້ໜ້າຈໍ BOE OLED ຢູ່ຄືເກົ່າ.