ໄອໂຟນເອສອີ 2022 ຈະມີຮູບຮ່າງຄ້າຍຄືໄອໂຟນ ເອັຊອາຣໃຊ້ເຟຊໄອດີ

Apple ຫາກໍເປີດໂຕ iPhone SE 2020 ຕົວໃໝ່ໄປ ເມື່ອບໍ່ທໍ່ໃດອາທິດກ່ອນໜ້ານີ້ຂ່າວ ລືທຳອິດສຳລັບ iPhone SE ລຸ້ນ ປະຈຳປີ 2022 ກໍມາແລ້ວ.

ຊຶ່ງ iPhone SE  ເປັນສະມາດ ໂຟນລາຄາລະດັບກາງທີ່ໃຫ້ປະສິດທິພາບການໃຊ້ງານທີ່ດີເລີດທຽບເທົ່າກັບລາຄາທີ່ຕ້ອງຈ່າຍແລ້ວເປີດໂຕຄັ້ງທຳອິດໃນປີ 2016 ດ້ວຍ ດິໄຊແບບ iPhone 5S ແຕ່ຂ້າງ ໃນບັນຈຸສະເປັກສຸດແຮງເຊັ່ນດຽວກັບໃນ iPhone SE 2020 ທີ່ດິໄຊປ່ຽນກັບໄປໃຊ້ແບບເດີມແບບ ດຽວກັບ iPhone 8 ແຕ່ຂ້າງໃນ ບັນຈຸຊິປສຸດຊົງພະລັງຄື Apple A13 Bionic ຂ່າວລືທຳອິດຂອງ iPhone SE 2020 ນັ້ນເລີ່ມອອກມາຈາກການຄາດການດ້ວຍສະເປັກຂອງສອງລຸ້ນທຳອິດທີ່ຄ່ອນຂ້າງຈະມີຮູບແບບດຽວກັນຄືນຳໂມ ເດລເກົ່າມາໃຊ້ຊິບປະມວນຜົນໃໝ່ແລະວາງຈຳໜ່າຍໃນລາຄາທີ່ບໍ່ ແພງຊຶ່ງກໍມີການຄາດເດົາວ່າໃນ iPhone SE ລຸ້ນປີ 2020 ຈະມາ ພ້ອມກັບດິໄຊແບບ iPhone XR ຫຼື ດິໄຊຂອງ iPhone ແບບໃໝ່ທີ່ມີການອອກແບບ bezel-less ຂອບຈໍບາງ ແລະປ່ຽນຈາກການ ໃຊ້ Touch ID ມາເປັນ Face ID ແທນ ແລະໜ້າຈະມາພ້ອມກັບຊິບ ເຊັຕຕົວໃໝ່ທີ່ແຮງຂຶ້ນກວ່າເກົ່າ.

ຊຶ່ງກໍຍັງມີຂ່າວທີ່ໜ້າສົນໃຈກ່ຽວກັບຊິບປະມວນຜົນຕົວໃໝ່ Apple A15 ທີ່ທາງ TSMC ໜ້າ ຈະເລີ່ມຕົ້ນການຜະລິດແລ້ວ ແລະ ໜ້າຈະໃຊ້ງານບົນສະຖາປັດຕະຍະກຳຂະໜາດ 4nm ທີ່ນ້ອຍໆ ແລະນ່າຈະນ້ອຍທີ່ສຸດໃນອຸດສາຫະກຳຄອມພິວເຕີໃນຂະນະນີ້.

----------

ໜັງສືພິມເສດຖະກິດ-ສັງຄົມ