ຄວາມເປັນມາຂອງບຸນຊ່ວງເຮືອ

  ບຸນຊ່ວງເຮືອແມ່ນບຸນປະເພນີທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະເປັນກິດຈະກໍາແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດຄວາມເປັນຢູ່ຂອງຄົນລາວ ແລະມັກມີການແຂ່ງເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດເຮັດໃຫ້ງານບຸນມີຄວາມຄຶກຄື້ນຍິ່ງຂຶ້ນ.

 ການຊ່ວງເຮືອເປັນກິດຈະກໍາໜຶ່ງທີ່ສອດຄ່ອງກັບວິຖີຊີວິດຄວາມເປັນຢູ່ຂອງຄົນລາວທັງຊາດທີ່ອາໃສ່ຢູ່ໃກ້ກັບແມ່ນໍ້າມັກຈັດຂຶ້ນໃນໄລຍະເດືອນ 10 ຫາເດືອນ 12 ລາວຂອງທຸກໆປີ, ຊຶ່ງໄລຍະສະຫຼອງບຸນດັ່ງກ່າວ,ແຕ່ລະທ້ອງຖິ່ນເຂດແຂວງທີ່ມີເງື່ອນໄຂໂດຍສະເພາະມີແມ່ນໍ້າໃຫຍ່ກໍ່ໄດ້ຈັດໃຫ້ມີການຊ່ວງເຮືອເພື່ອສ້າງຄວາມມ່ວນຊື່ນຕິດພັນກັບການສະແດງສິລະປະ-ວັນນະຄະດີພື້ນເມືອງ,ໃນໄລຍະໃໝ່ຍັງສອດຫ້ອຍກັບການວາງສະແດງຂາຍສິນຄ້າເພື່ອສົ່ງເສີມພູມປັນຍາ ແລະການສ້າງລາຍຮັບຂອງປະ ຊາຊົນແຕ່ລະທ້ອງຖິ່ນ.

  ປະເພນີການຊ່ວງເຮືອໄດ້ມີນິທານພື້ນເມືອງເລື່ອງກໍ່າພ້າຜີນ້ອຍໃນບາງຕອນໄດ້ພັນລະນາກ່ຽວກັບການຊ່ວງເຮືອຊຶ່ງໄດ້ສະແດງອອກໃນຕອນເຈົ້າພະຍາຢາກໄດ້ນາງງາເມຍທ້າວກໍ່າພ້າມາເປັນເມຍ, ພະຍາໄດ້ເອີ້ນເອົາເສນາອາມາດມາປຶກສາຫາລືກັນວ່າເຮັດແນວໃດຈຶ່ງຈະເອົານາງງາເມຍກໍ່າພ້າມາເປັນເມຍໄດ້, ຈາກນັ້ນໄດ້ອອກອຸບາຍທ້າກັບທ້າວກໍ່າພ້າຜີນ້ອຍ ວ່າຖ້າທ້າວກໍ່າພ້າບໍ່ຊະນະຕ້ອງຍົກນາງງາໃຫ້ເປັນເມຍຂອງພະຍາໂດຍເລີ່ມແຕ່ການເອົາໄກ່ມາຕີກັນ, ຄວາຍຊົນຄວາຍຊຶ່ງພະຍາບໍ່ສາມາດເອົາຊະນະຝ່າຍກໍ່າພ້າຜີນ້ອຍໄດ້ຈັກອັນ, ໃນທີ່ສຸດພະຍາກໍທ້າຊ່ວງເຮືອ, ໃນເທື່ອນີ້ກໍ່ຄືທຸກເທື່ອຜ່ານມານາງງາໄດ້ໃຊ້ແຫວນວິເສດເສກພະຍານາກສ່ຽວກໍ່າພ້າໃຫ້ເປັນເຮືອຊ່ວງ ແລະເມື່ອຈະເຖິງຫຼັກໄຊເຮືອພະຍານາກກໍ່າພ້າກໍເອົາຫາງຟາດນໍ້າເປັນຟອງໃຫຍ່ຈົນເຮືອພະຍາຫຼົ້ມເຮັດໃຫ້ພະຍາກັບເສນາອາມາດໄດ້ຈົມນໍ້າຕາຍໝົດ ແລະເຊື່ອກັນວ່ານິທານດັ່ງກ່າວມີປະຫວັດຄວາມເປັນມາຂອງບຸນຊ່ວງເຮືອປະເພນີຈົນເຖິງເທົ່າທຸກມື້ນີ້.

  ບຸນຊ່ວງເຮືອ,ນອກຈາກເປັນບຸນປະເພນີອັນດີງາມທີ່ມີຄວາມຄຶກຄື້ນມ່ວນຊື່ນແລ້ວ, ຕາມຄວາມເຊື່ອຈາກລຸ້ນຄົນສູ່ລຸ້ນຄົນສືບຕໍ່ກັນມານັ້ນຍັງເປັນການສະແດງຄວາມຮູ້ ບຸນຄຸນຕໍ່ດິນຟ້າອາກາດ, ແມ່ນໍ້າທີ່ໄດ້ດົນບັນດານໃຫ້ແກ່ຊາວກະສິກອນມີລະດູການປູກຝັງ ແລະ ເກັບກ່ຽວໃຫ້ໄດ້ຮັບຜົນດີ; ສະແດງຄວາມຮູ້ບຸນຄຸນຕໍ່ພະຍານາກຊຶ່ງຖືໄດ້ວ່າເປັນປູ່ຍ່າຕາຍາຍຂອງມວນມະນຸດທີ່ດົນບັນດານໃຫ້ຟ້າຝົນເອື້ອອຳນວຍແກ່ການຜະລິດກະສິກຳອີກດ້ວຍ.

   ບຸນຊ່ວງເຮືອບໍ່ພຽງແຕ່ມີຄວາມໝາຍທາງຮີດຄອງປະເພນີເທົ່ານັ້ນ, ແຕ່ມັນຍັງມີຄວາມໝາຍດ້ານກີລາ, ວັດທະນະທຳແນໃສ່ຮັກສາ, ເຜີຍແຜ່ ແລະສົ່ງເສີມໃຫ້ແກ່ຄົນລຸ້ນໃໝ່ຮັບຮູ້, ເຂົ້າໃຈຮີດຄອງປະເພນີຂອງລາວ, ທັງເປັນການເອກອ້າງຕໍ່ຊາດອື່ນໆ ໃນໂລກໄດ້ຮັບຮູ້ວັດທະນະທຳອັນດີງາມຂອງຊາດລາວເຮົາອີກດ້ວຍ.