ຄຶກຄື້ນ 8 ວັນນັກທ່ອງທ່ຽວເກືອບ 5 ພັນຄົນ ທ່ຽວແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປ່າ

  ຖືວ່ານັກທ່ອງທ່ຽວໃຫ້ຄວາມສົນໃຈແຫຼ່ງທ່ອງທ່ຽວແຫ່ງໃໝ່ນໍ້າປຽນຢໍລະປ່າສ້າງຄວາມມ່ວນມັນກັບຫຼາຍກິດຈະກຳໜ້າປະທັບໃຈລະດັບທ່ອງທ່ຽວແບບສາກົນເປັນສາຂານໍ້າກັດຢໍລະປ່າເປັນຈຳນວນຫຼາຍເພິ່ນເປີດບໍລິການມາພຽງ 8 ວັນແຕ່ວັນທີ 16 ກໍລະກົດຫາທີ 22 ຕົວເລກນັກທ່ອງທ່ຽວ 4,562 ຄົນ ແລະ ກຽມເປີດບໍລິ ການເດືອນສິງຫາທີ່ຈະມາເຖິງນີ້.

  ທ່ານ ສົມເພັດ ມ້າວປະເສີດ ໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດ-ສັງຄົມຮູ້ວ່າ: ແຫຼ່ງທ່ອງທ່ຽວນໍ້າປ່ຽນຢໍລະປ່າເລີ່ມລົງມືຕົ້ນປີ 2019 ມີມູນຄ່າກໍ່ສ້າງ 6 ລ້ານກວ່າໂດລາ ຈຸດປະສົ່ງເພື່ອເປັນການສ້າງແຫຼ່ງທ່ອງທ່ຽວເພີ່ມຂຶ້ນສ້າງສິ່ງອຳນວຍຄວາມສະດວກນັກທ່ອງທ່ຽວທັງພາຍໃ ລະ ຕ່າງປະເທດເຂົ້າມາສຳພັດບັນຍາການແຖວໃນຕົວເມືອງ.

 ປະຈຸບັນແຫຼງທ່ອງທ່ຽວສ້າງໄດ້ສຳເລັດແລ້ວ 100% ແລະເປີດທົດລອງກາງເດືອນກໍລະກົດຈະເປີດທົດລອງບໍລິການ ແລະເປີດເປັນທາງການແມ່ນເດືອນສິ່ງຫາທີ່ຈະມາເຖິງນີ້ຊຶ່ງແຫຼ່ງທ່ອງທ່ຽວຈະມີ 8 ລາຍການກິດຈະກຳເຮັດ, ຂີ່ສະລິງ, ຂີ່ໂລເລີ້, ໄຕ່ຂົວອູ່ຂີ່ລຸກ, ຂີ່ລົດ ATV ໃນເຂດສວນນໍ້າ, ຢືນຖ່າຍຮູບໂດຍຜ່ານຕາໜ່າງແມງ ແລະອື່ນໆ ແລະມີຈຸດພັກຫຼາກຫຼາຍຕາມໃຈຫຼາຍກິດຈະກຳໜ້າຕື່ນເຕັ້ນນອກຈາກນີ້ຍັງທາງແຫຼ່ງທ່ອງທ່ຽວຍັງມີ 10 ລາຍການທົ່ວບໍລິການ,ສະຖານທີ່ແຫຼ່ງທ່ອງທ່ຽວ ຕັ້ງຢູ່ບ້ານຊຽງແລທ່າເມືອງປາກງື່ມນະຄອນຫຼວງວຽງຈັນ.

 ແນວໃດກໍ່ຕາມສຳລັບສະຖານທີ່ແຫ່ງນີ້ເມື່ອກ່ອນແມ່ນເປັນປ່າພູເຂົາຄວາຍ ແລະມີການບຸກລຸກການຕັດໄມ້ທຳລາຍປ່າຍາວນານປະຈຸບັນຖືວ່າໄດ້ຮັບການພັດທະນາເປັນແຫຼ່ງທ່ອງທ່ຽວ ແລະສ້າງອາຊີບໃຫ້ປະຊາຊົນບໍລິເວນທ້ອງຖິ່ນນຳອີກ.

_____________

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ