ກົງຢູປາກົດຕົວໃນຊີຣີເລື່ອງໃໝ່

      ແຫຼ່ງຂ່າວຈາກຕົ້ນສັງກັດຂອງຊຸບຕາແຫ່ງອາຊີ ກົງຢູ ຢືນຢັນວ່າພະເອກຂວັນໃຈສາວໆຈະປາກົດຕົວເປັນຕົວລະຄອນພິເສດໃນເລື່ອງ “Squid Game” ທີ່ຈະອອກອາກາດທາງແອັບພະລິເຄຊັນສະຕຣີມມິ່ງຊື່ດັງ Netflix ທີ່ໄດ້ຜູ້ກຳກັບທີ່ມີຝີມື ຮວາງ ດົງຮະຢອກມາເປັນຜູ້ກຳກັບ ແລະລາວກໍເຄີຍຮ່ວມງານກັບກົງຢູໃນຮູບເງົາທີ່ພະເອກຊຸບຕາສະແດງເລື່ອງ“Silenced” ໃນປີ 2011.

   ຊີຣີເລື່ອງ Squid Gam ເປັນ ຊີຣີທີ່ຜະລິດໂດຍ Netflix ເລົ່າເລື່ອງຂອງກຸ່ມຄົນທີ່ຕ້ອງຫຼິ້ນເກມປິດສະໜາທີ່ເດີມພັນດ້ວຍຊີວິດ ແລະມີເງິນລາງວັນສູງເຖິງ 45,6 ລ້ານວອນ ຊຶ່ງໄດ້ສອງນັກສະແດງ ທີ່ມີຝີມື ອີ ຈອງແຈ ແລະພັກ ແຮຊູມາຮັບບົດນໍາ, ກົງຢູ ມີຜົນງານເລື່ອງຫຼ້າສຸດຄືຮູບເງົາເລື່ອງ “Kim Ji Young, Born 1982” ໃນປີທີ່ຜ່ານມາ ແລະກຳລັງຖ່າຍທຳຮູບເງົາເລື່ອງ Seo Bok ແລະຍັງ ຢູ່ລະຫວ່າງໂອ້ລົມກັນໃນຊີຣີຂອງ Netflix ເລື່ອງໃໝ່ຄື “The Seaof Silence”ພ້ອມກັບນາງເອກ ທີ່ມີຝີມື ແບ ດູນາ ແລະໜຸ່ມ ອີຈຸນ ຮະຢອກ.

---------

ຮຽບຮຽງໂດຍ: ແກ້ວ