ຫໍຫຼັກເມືອງ ແຂວງໄຊສົມບູນ ສ້າງສໍາເລັດແລ້ວ

 ກອງປະຊຸມຄະນະກຳມະການຮັບຜິດຊອບຕິດຕາມ, ກວດກາ ແລະຄຸ້ມຄອງໂຄງການກໍ່ສ້າງຫໍຫຼັກເມືອງແຂວງໄຊສົມບູນໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດ ຜ່ານມາທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ, ທັງເປັນຫົວ ໜ້າຄະນະຮັບຜິດຊອບຕິດຕາມ, ກວດກາ ແລະຄຸ້ມຄອງໂຄງການກໍ່ສ້າງຫໍຫຼັກເມືອງ, ມີທ່ານ ຕົ່ງມົວຊົວໂກ້, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຮອງຫົວໜ້າຄະນະຮັບຜິດຊອບຕິດຕາມ, ກວດກາ ແລະຄຸ້ມຄອງໂຄງການກໍ່ສ້າງຫໍຫຼັກເມືອງທັງເປັນເຈົ້າຂອງໂຄງການ, ມີຄະນະກຳມະການທີກ່ຽວຂ້ອງ, ບໍລິສັດທີ່ປຶກສາໂຄງການ ແລະບໍລິສັດຮັບເໝົາກໍ່ສ້າງເຂົ້າຮ່ວມ.

   ທ່ານ ທົງສະຫວັນ ໂພສະລາດ, ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງລາຍງານວ່າ: ໂຄງການກໍ່ ສ້າງຫໍຫຼັກເມືອງແຂວງໄຊສົມບູນ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 1 ມັງກອນ 2016 ເປັນຕົ້ນມາ ໂດຍ ແມ່ນບໍລິສັດພັດທະນາ ພູເບ້ຍ ຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າທັງໝົດຈຳນວນ 25,59 ຕື້້ກີບມາຮອດປະຈຸບັນສຳເລັດແລ້ວ 100% ໂດຍນຳໃຊ້ເວລາການກໍ່ສ້າງຕົວຈິງ 55 ເດືອນ ຊຶ່ງຫໍຫຼັກເມືອງປະກອບມີ 2 ຊັ້ນ, ກວ້າງ 31 ແມັດx31 ແມັດ, ສູງ 25 ແມັດ ຈາກລະດັບໜ້າດິນ, ເປັນໂຄງສ້າງປະກອບເບຕົງເສີມເຫຼັກທັງໝົດ,ຫຼັງຄາມຸງດ້ວຍດິນຂໍ-ໂຄງເຫຼັກ 3 ຊັ້ນ,ພື້ນປູດ້ວຍກະໂລຫີນເຜົາມີລະບົບລະບາຍນໍ້າອອກ,ລະບົບໄຟຟ້າ,ລະບົບກະຈາຍສຽງ,ຮູບຊົງອາຄານເປັນເອກະລັກຊົງລາວຕົບແຕ່ງລວດລາຍທັງພາຍໃນ ແລະນອກອາຄານ,ມີແຜນຜັງທາງດ້ານສະຖາປັດຕະຍະກຳ ແລະ ເຕັກນິກໂຄງສ້າງຢ່າງລະອຽດ,ນອກຈາກນັ້ນຍັງໄດ້ຮັບຟັງການ ລາຍງານຄວາມຄືບໜ້າຂອງໂຄງການກໍ່ສ້າງຫໍຫຼັກເມືອງຈາກບໍລິສັດທີ່ປຶກສາໂຄງການ ແລະບໍລິສັດຜູ້ ຮັບເໝົ່າກໍ່ສ້າງຕື່ມອີກ.

  ພ້ອມດຽວກັນນັ້ນຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນເພື່ອພ້ອມກັນຄົ້ນຄວ້າ ແລະ ເອກະກພາບກ່ຽວກັບການລົງກວດກາຜົນສຳເລັດໂຄງການກໍ່ສ້າງ 100%,ຈາກນັ້ນຄະນະກຳມະການທັງໝົດໄດ້ພ້ອມກັນລົງກວດກາສະຖານທີ່ກໍ່ສ້າງຕົວຈິງ,ຊຶ່ງພາຍຫຼັງສຳເລັດແລ້ວຫໍຫຼັກເມືອງ ແຫ່ງນີ້ຈະກາຍເປັນສະຖານທີ່ສັກສິດ ແລະສັກກາລະບູຊາຂອງເມືອງອະນຸວົງ ກໍຄືແຂວງໄຊສົມບູນ ໃນອະນາຄົດທັງເປັນສະຖານທີ່ທ່ອງ ທ່ຽວທີ່ສວຍງາມທາງດ້ານວັດທະນະທຳ ແລະສະຖາປັດຕະຍະກຳທີ່ເປັນເອກະລັກ, ນອກນີ້ແຂວງໄຊສົມບູນ ກໍຈະມີໃບໜ້າອັນໃໝ່ທີ່ມີຫໍຫຼັກເມືອງຕັ້ງສະຫງ່າອັນເປັນສູນລວມທາງດ້ານຈິດໃຈທັງເປັນມູນມໍລະດົກທີ່ສຳຄັນ ແລະມິ່ງຂວັນຂອງຊາວແຂວງໄຊສົມບູນຕະຫຼອດໄປ.

-------

ໜັງສືພິມເສດຸະກິດ-ສັງຄົມ