ນໍ້າຕົກຕາດແສນ ແຫຼ່ງທ່ອງທ່ຽວທາງທໍາມະຊາດ

   ນໍ້າຕົກຕາດແສນ ເປັນອີກແຫຼ່ງທ່ອງທ່ຽວທາງທໍາມະຊາດແຫ່ງໜຶ່ງຂອງເມືອງເລົ່າງາມທີ່ໄດ້ຖືກຄົ້ນພົບ ແລະປະກາດເປີດເປັນແຫຼ່ງທ່ອງທ່ຽວທຳມະຊາດລະດັບແຂວງຢ່າງເປັນທາງການຊຶ່ງປະຈຸບັນກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຜູ້ຄົນມາທ່ອງທ່ຽວເປັນຈໍານວນຫຼວງຫຼາຍ ແລະໃນອະນາຄົດແຫຼ່ງທ່ອງທ່ຽວແຫ່ງນີ້ອາດກາຍ ເປັນແຫຼ່ງທ່ອງທ່ຽວລະດັບຊາດ.

  ອີງຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ທີ່ສືບຕໍ່ກັນມາວ່າ: ຕາມການບອກເລົ່າຂອງຜູ້ເຖົ້າພາຍໃນບ້ານວ່າສະໃໝຝຣັ່ງເຂົ້າມາປົກຄອງລາວຄັ້ງທຳອິດປະຊາຊົນຍັງຕັ້ງບ້ານເມືອງຢູ່ຢ່າງກະແຈກກະຈາຍຍັງບໍ່ທັນຕັ້ງຊື່ບ້ານນາບອນ ມີຊາຍຄົນໜຶ່ງຊື່ວ່າທ້າວ ແສນ (ປະຊາຊົນພາຍໃນບ້ານເອີ້ນວ່າ ຢະແສນ ຊຶ່ງຄຳວ່າຢະ ໃນພາສາຊົນເຜົ່າແງະແປວ່າເຈົ້າກົກເຈົ້າເຫຼົ່າ ຜູ້ສູງອາຍຸເປັນຄົນທີ່ມີວິຊາອາຄົມ ພາຍໃນບ້ານ, ຕໍ່ມາພາຍໃນໜຶ່ງປີ ປະຊາຊົນພາຍໃນບ້ານພາກັນລົ້ມ ຕາຍໂດຍບໍ່ຮູ້ສາເຫດ ແລະກໍ່ຕາຍ ໃນລັກສະນະແປກໆດັ່ງນັ້ນປະຊາຊົນຈຶ່ງສົງໃສວ່າສາເຫດອາດເກີດມາຈາກທ້າວ ຢະແສນ ເພາະວ່າລາວເປັນຄົນທີ່ມີວິຊາອາຄົມ ແລະ ປະຊາຊົນກໍ່ໄດ້ພາກັນກ່າວຫາວ່າ ລາວເປັນປອບ (ອີງຕາມຄວາມເຊື່ອຂອງທ້ອງຖິ່ນ) ຈຶ່ງພາກັນລວມຕົວຈັບເອົາທ້າວ ຢະແສນ ໄປຂ້າໂດຍການຕັດຄໍທີ່ນໍ້າຕົກຕາດແຫ່ງໜຶ່ງທີ່ບໍລິເວນຫົວບ້ານຕໍ່ມາປະຊາ ຊົນຈຶ່ງເອີ້ນນໍ້າຕົກຕາດແສນສືບຕໍ່ກັນມາຈົນເຖິງປະຈຸບັນ.

  ສຳລັບນໍ້າຕົກຕາດແສນຕັ້ງຢູ່ ບ້ານນາ ເມືອງເລົ່າງາມ ແຂວງສາລະວັນ ຫ່າງຈາກເສັ້ນທາງເລກທີ 20 ປະມານ 8 ກິໂລແມັດ ແລະຫ່າງຈາກເທສະບານເມືອງເລົ່າງາມປະມານ 12 ກິໂລແມັດ, ນໍ້າຕົກຕາດແສນເກີດຈາກນໍ້າຫ້ວຍຕະປຸງປັນນໍ້າຕົກຕາດທຳມະຊາດທີ່ສວຍງາມ ແລະແຕ່ລະພັກມີຄຸນລັກສະນະຄວາມງາມແຕກຕ່າງກັນເປັນຕາດທີ່ມີສະເໜ່ດຶງດູດຈິດໃຈຜູ້ມາທ່ຽວຊົມຍ້ອນຄວາມງາມຂອງທຳມະຊາດທີ່ອຸດົມສົມບູນດ້ວຍຊີວະນາໆພັນອາໄສຢູ່ຫຼາກຫຼາຍ, ອາກາດສົດຊື່ນເຢັນສະບາຍ, ສອງຟາກຫ້ວຍມີຕົ້ນໄມ້ຫຼາຍຢ່າງຂຽວງາມ, ມີສັດສາວາສິ່ງຫຼາຍຊະນິດ.