ບ້ານພູຍາງ ໄດ້ຊົມໃຊໄຟຟ້າຖາວອນແລ້ວ

  ລັດວິສາຫະກິດໄຟຟ້າລາວສາຂາ ແຂວງອັດຕະປື ໄດ້ເປີດການນຳຊົມໃຊ້ໄຟຟ້າ 100% ຢູ່ບ້ານພູຍາງ ເມືອງພູວົງ, ແຂວງອັດຕະປື, ເຊິ່ງພິທີເປີດການນໍາໃຊ້ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 17 ກໍລະກົດ ຜ່ານມາທີ່ເດີນໂຮງຮຽນປະຖົມບ້ານດັ່ງກ່າວ,ເປັນກຽດເຂົ້າຮ່ວມຂອງທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງ ງານ ແລະບໍ່ແຮ່ແຂວງອັດຕະປືມີ ທ່ານ ທິດສະຫັວນ ໄຊຍະແສງ, ມີການນໍາຂອງເມືອງ, ອໍານາດການປົກຄອງບ້ານພໍ່ແມ່ປະຊາຊົນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


  ໃນພິທີທ່ານ ເດດສຸວັນ ມະໄລທອງ ຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາ ແຂວງອັດຕະປື ໄດ້ຜ່ານບົດລາຍງານໂຄງການຕິດຕັ້ງລະບົບໄຟຟ້າຢູ່ບ້ານພູຍາງ, ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 10 ມິຖຸນາ ຫາ ວັນທີ 14 ກໍລະກົດ 2020ແມ່ນສຳເລັດ 100%,ປະກອບມີການກໍ່ສ້າງຕາຂ່າຍໄຟຟ້າ 12,7 ກິໂລໂວນ ມີຄວາມຍາວ 19,6 ແມັດ ກໍ່ສ້າງຕາຂ່າຍໄຟຟ້າ 0,23 ກິໂລໂວນ ມີຄວາມຍາວ 2,3 ກິໂລແມັດ ແລະ ຕິດຕັ້ງໝໍ້ແປງ 12,7 ກິໂລໂວນ, ມີຈຳນວນ 2 ໜ່ວຍ, ລວມມູນຄ່າໃນການກໍ່ສ້າງ 2 ຕື້ 147 ລ້ານກວ່າກີບ. ມາຮອດປະຈຸບັນບັນາໜ້າວຽກທັງໝົດແມ່ນໄດ້ຈັດຕັ້ງປະຕິບັດຖືກຕ້ອງຕາມແຜນຜັງ-ສອດຄ່ອງກັບມາດຖານເຕັກນິກໄຟຟ້າລາວສາຂາແຂວງອັດຕະປຶ ແລະຈັດຕັ້ງປະຕິບັດສໍາເລັດ 100 %. ຂອງບັນດາໜ້າວຽກທັງໝົດປະຈຸບັນບ້ານພູຍາງ ມີ 37 ຄອບຄົວ, ຊົມໃຊ້ໄຟຟ້າແລ້ວ 30 ຄອບຄົວ, ເຮັດໃຫ້ປະຈຸບັນໃນທົ່ວເມືອງພູວົງທຸກບ້ານ ແມ່ນໄດ້ຊົມໃຊ້ໄຟຟ້າຖາວອນແລ້ວ 100%.

_______________

ຂຽນໂດຍ: ວັດທະນາ       

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ