ອຳນວຍການໃຫຍ່ໄຟຟ້າລາວເຮັດວຽກຢູ່ຫຼວງພະບາງ

    ທ່ານ ຈັນທະບູນ ສຸກອາລຸນ ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງຈາກສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວໄດ້ລົງເຄື່ອນໄຫວເຮັດວຽກຢ້ຽມຢາມອ້າຍນ້ອງພະນັກງານແຕ່ລະພະແນກການໃນການປະຕິບັດໜ້າທີ່ວຽກງານຂອງສາຂາແຂວງຫຼວງພະບາງ ແລະຫ້ອງການລະບົບສົ່ງໄຟ ຟ້າພາກເໜືອໃນວັນທີ 23 ກໍລະກົດ 2020 ນີ້ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນທັນ ພັນໂດລັກ ຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງຫຼວງພະບາງ ພ້ອມຄະນະ.


  ຈຸດປະສົງການລົງມາຢ້ຽມຢາມເຄື່ອນໄຫວວຽກງານຄັ້ງນີ້ກໍເພື່ອແນໃສ່ເຮັດໃຫ້ການປະສານງານການພົວພັນວຽກງານດ້ານຕ່າງໆໃຫ້ມີຄວາມສະດວກຈັດເຈນ ແລະວ່ອງໄວຂຶ້ນ ລວມເຖິງ ການເຮັດວຽກຂອງພະນັກງານແຕ່ລະພະແນກການຂອງສາຂາແຂວງຫຼວງພະບາງ ແລະ ຫ້ອງການລະບົບສົ່ງໄຟຟ້າພາກເໜືອພົບຂໍ້ສະດວກແລະຂໍ້ຫຍຸ້ງຍາກແນວໃດ, ແຜນການຮັບມືເພື່ອແກ້ໄຂມີຫຍັງແດ່ ພ້ອມນີ້ທ່ານຜູ້ອໍານວຍການໃຫຍ່ຍັງໄດ້ໃຫ້ທິດຊີ້ນໍາຕໍ່ຂະແໜງການຕ່າງໆ ທີ່ລົງໄປຢ້ຽມຢາມໃນການເຮັດວຽກເພື່ອເຮັດແນວໃດໃຫ້ວຽກງານໄຟຟ້າລາວໂດຍສະເພາະແມ່ນໄຟຟ້າຢູ່ຫຼວງພະບາງໄດ້ບັນລຸເປົ້າໝາຍທີ່ວາງໄວ້.
 ສໍາລັບໄຟຟ້າສາຂາແຂວງຫຼວງພະບາງປະກອບ ມີ 7 ພະແນກການ, ມີ 11 ສູນບໍລິການໄຟຟ້າປະຈຳເມືອງ ແລະ 1 ນະຄອນ, ມີ 4 ສູນບໍລິການຍ່ອຍ, ມີ 2 ໜ່ວຍບໍລິການ, ແລະ ມີ 2 ເຂື່ອນຂະໜາດນ້ອຍ (ເຂື່ອນນໍ້າດົງ ແລະເຂື່ອນນໍ້າມອງ), ມີພະນັກງານທັງໝົດ: 256 ຄົນ, ຍິງ45 ຄົນ ໃນນັ້ນມີພະນັກງານຖາວອນ 214 ຄົນ, ຍິງ 37 ຄົນ, ສັນຍາຈ້າງ 42 ຄົນ, ຍິງ 7 ຄົນ, ທຽບໃສ່ 6 ເດືອນຕົ້ນປີ 2019 ລຸດລົງ (4) ຄົນ ເປັນສະມາຊິກອົງການຈັດຕັ້ງກໍາມະບານ 197 ຄົນ, ຍິງ 38 ຄົນ, ອົງການຈັດຕັ້ງຊາວໜຸ່ມ 117 ຄົນ, ຍິງ 35 ຄົນ. ອົງການຈັດຕັ້ງແມ່ຍິງ 40 ຄົນ.

______________

ຂຽນໂດຍ: ສີສຸວັນ      

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ