ມອບ-ຮັບຊົ່ວຄາວ ແລະເປີດໃຊ້ທາງຫຼວງແຫ່ງຊາດ 5A

  ວັນທີ 22 ກໍລະກົດ 2020 ພະແນກໂຍທາທິການ ແລະຂົນສົ່ງແຂວງໄຊສົມບູນ ໄດ້ຈັດພິທີມອບ-ຮັບຊົ່ວຄາວ ແລະເປີດນໍາໃຊ້ເສັ້ນທາງຂອງໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5A ຊ້ວງທີ 1 ແຕ່ຂົວນໍ້າຍອນ ຫາ ບ້ານລ້ອງແຈ້ງ, ເມືອງລ້ອງແຈ້ງ ຂຶ້ນທີ່ພະແນກສຶກສາທິການ ແລະ ກີລາແຂວງ, ໂດຍການເຂົ້າຮ່ວມຂອງ. ທ່ານ ພອຍຄໍາ ຮຸ່ງບຸນຍວງ, ທ່ານ ແດງ ປະທຸມທອງ, ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ບຸນທັນ ປັນຍາທິລາດ, ປະທານບໍລິສັດປັນຍາທິລາດກໍ່ສ້າງເຄຫາ, ຂົວທາງ ແລະຊົນລະປະທານຈໍາກັດຜູ້ດຽວ, ຕາງໜ້າສະພາປະຊາຊົນແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ເຈົ້າເມືອງລ້ອງແຈ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ;
ທ່ານ ໄຊສົມພອນ ສຸກສີວົງໄຊ, ຫົວ ໜ້າໂຄງການໄດ້ຂຶ້ນລາຍງານວ່າ: ເສັ້ນທາງຫຼວງແຫ່ງຊາດ 5A ເປັນ 1 ໃນ 3 ໂຄງການບູລິມະສິດຂອງລັດຖະບານທີ່ຖືກຈັດຕັ້ງປະຕິບັດຢູ່ແຂວງໄຊສົມບູນ, ຄວາມຍາວທັງໝົດ 40 ກິໂລແມັດ, ເປັນທາງປູຢາງ 2 ຊັ້ນ, ມີໜ້າທາງກ້ວາງ 6 ແມັດ ແລະມີໜ້າວຽກໃນການກໍ່ສ້າງເຊັ່ນ: ວຽກອະນາໄມ ແລະບຸກເບີກ,ວຽກດິນຕັດ, ວຽກຕັດຫີນ, ວຽກຖົມດິນຊັ້ນຄັນທາງ, ຖົມດິນຊັ້ນຍົກລະດັບ, ຖົມດິນຊັ້ນຮອງພື້ນທາງ, ຖົມຫີນຊັ້ນພື້ນທາງ, ວຽກສິດຢາງກັນຊືມ, ວຽກຢາຍຫີນຊັ້ນ 1, ຊັ້ນ 2, ວຽກກໍ່ສ້າງທໍ່ກົມ, ທໍ່ຫຼ່ຽມ, ວຽກກໍ່ສ້າງຮ່ອງນໍ້າຂ້າງທາງ, ວຽກກັນເຈື່ອນຫາງຫີນໃສ່ຕາໜ່າງເຫຼັກ, ວຽກກໍ່ສ້າງຂົວ, ວຽກແຕ້ມເສັ້ນແບ່ງ ແລະປ້າຍຈະລາຈອນ, ວຽກຫຼັກໝາຍກິໂລແມັດ ແລະວຽກປ້ອງກັນອື່ນໆ, ມີມູນຄ່າການກໍ່ສ້າງທັງໝົດ 304,02 ຕື້ກີບ ຊຶ່ງແມ່ນລັດວິສາຫະກິດ ວິສະວະກໍາຄົມມະນາຄົມເປັນບໍລິສັດທີ່ປຶກສາ ແລະບໍລິສັດ ປັນຍາທິລາດ ກໍ່ສ້າງເຄຫາ, ຂົວທາງ ແລະຊົນລະປະທານ ຈໍາກັດຜູ້ດຽວ ເປັນບໍລິສັດຮັບເໝົາກໍ່ສ້າງ, ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນກຸມພາ 2014 ເປັນຕົ້ນມາ, ຮອດປະຈຸບັນໄດ້ກໍ່ສ້າງສໍາເລັດ 100%, ດັ່ງນັ້ນ, ຈຶ່ງໄດ້ມອບໃຫ້ ແຂວງໄຊສົມບູນຊຶ່ງຕາງໜ້າແມ່ນພະ ແນກໂຍທາທິການ ແລະຂົນສົ່ງແຂວງໄຊສົມບູນຊຶ່ງເປັນເຈົ້າຂອງໂຄງການເປັນຜູ້ຄຸ້ມຄອງ ແລະນໍາໃຊ້.
 ໂອກາດດັ່ງກ່າວ ທ່ານ ພອຍຄໍາຮຸ່ງ ບຸນຍວງ ໄດ້ມີຄໍາຄິດເຫັນຕໍ່ພິທີຊຶ່ງທ່ານໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະຄະນະນໍາເມືອງລ້ອງແຈ້ງຈົ່ງພ້ອມກັນເປັນເຈົ້າການໃນການປົກປັກຮັກສາເສັ້ນທາງດັ່ງກ່າວໃຫ້ໃຊ້ໄດ້ຍາວນານ,ໂອກາດນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ບໍລິສັດເພື່ອເປັນການຢັ້ງຢືນວ່າ: ໂຄງການເສັ້ນທາງຫຼວງແຫ່ງຊາດເລກ 5A ຊ້ວງທີ 1 ໄດ້ສໍາເລັດ ແລະ ເປີດນໍາໃຊ້ເສັ້ນທາງຢ່າງເປັນທາງການທັງນີ້ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ມີເສັ້ນທາງໃນ ການສັນຈອນໄປ-ມາຫາສູ່ ແລະແລກປ່ຽນສິນຄ້າເຊິ່ງກັນ ແລະກັນ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກແຂວງໄຊສົມບູນທີ່ຈະຈັດຂຶ້ນໃນຕໍ່ໜ້າໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ແລະມີບັນຍາກາດຟົດຟື້ນ ແລະກ້ວາງຂວາງ ແລະເປັນບາດກ້າວໜຶ່ງທີ່ສໍາຄັນຢ່າງໃຫຍ່ຫຼວງໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ເມືອງລ້ອງແຈ້ງກໍຄືຊາວແຂວງໄຊສົມບູນໃຫ້ໝົດໄປເທື່ອລະກ້າວ.

______________

ຂຽນໂດຍ: ຈໍນີທໍ່  

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ