ກະຊວງແຜນການ ແລະການລົງທຶນ ປັບປຸງການຈັດຕັ້ງ

  ພິທີປະກາດການຈັດຕັ້ງພາຍໃນກະຊວງແຜນການ ແລະການລົງທຶນ (ຜທ) ຈັດຂຶ້ນໃນວັນທີ 21 ກໍລະກົ  2020 ທີ່ກະຊວງແຜນການ ແລະການລົງທຶນພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ມີບັນດາຮອງລັດຖະມົນຕີບັນດາຫົວໜ້າກົມຮອງຫົວໜ້າກົມ, ຫົວໜ້າພະແນກ ແລະພະນັກງານຫຼັກແຫຼ່ງພາຍໃນກະຊວງເຂົ້າຮ່ວມ.

  ໂດຍຕົກລົງເຫັນດີແຕ່ງຕັ້ງ ທ່ານ ບິດ ບົວລີວັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານເປັນຫົວໜ້າສູນຝຶກອົບຮົມພະນັກງານເສດຖະກິດ-ແຜນການກະຊວງແຜນ ການ ແລະການລົງທຶນ, ແຕ່ງຕັ້ງ ທ່ານນາງ ທໍາມາ ເພັດວິໄຊ ຫົວໜ້າຫ້ອງການກະຊວງແຜນການ ແລະການລົງທຶນເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະ ຊວງແຜນການ ແລະການ ລົງທຶນ, ແຕ່ງຕັ້ງທ່ານ ຟອງສະໝຸດ ຄຳວານວົງສາ ຮອງຫົວໜ້າຫ້ອງການເປັນຜູ້ຮັກສາການຫົວໜ້າຫ້ອງການກະຊວງແຜນການ ແລະການລົງທຶນ.

 ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍິນດີ ແລະຊົມເຊີຍຕໍ່ກັບບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນໃນຄັ້ງນີ້ພ້ອມທັງມີບາງຄຳເຫັນຄື: ສະເໜີໃຫ້ບັນດາສະຫາຍທີ່ໄດ້ຮັບການສັບຊ້ອນແຕ່ງຕັ້ງ ຫຼື ບໍ່ໄດ້ຮັບການແຕ່ງຕັ້ງກໍເຊັ່ນດຽວກັນຈົ່ງສືບຕໍ່ຄົ້ນຄວ້າກຳ ແໜ້ນເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ຜທ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງກວ່າເກົ່າ, ເຊື່ອມຊຶມແລະກໍາແໜ້ນແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດ ແລະພ້ອມທັງນຳໄປຈັດຕັ້ງຜັນຂະ ຫຍາຍຢູ່ໃນຂົງເຂດວຽກງານທີ່ຕົນຮັບ ຜິດຊອບໃຫ້ປາກົດຜົນເປັນຈິງສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດໃຫ້ສົມຄູ່ກັບໜ້າທີ່ຕຳແໜ່ງທີ່ໄດ້ຮັບມອບ ໝາຍມີຄວາມເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຍົກລະດັບຄວາມຮູ້ຄວາມສາມາດດ້ານຕ່າງໆ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ ແລະ ທ່ວງທັນກັບການປ່ຽນແປງໃນໄລຍະໃໝ່ທັນກັບການຫັນເປັນທັນສະໄໝທັງເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ ແລະ ໃຫ້ສົມຄູ່ກັບຄວາມໄວ້ວາງໃຈຂອງມະຫາຊົນ ແລະ ການຈັດຕັ້ງພັກ-ລັດຂັ້ນເທິງທີ່ມີຕໍ່ບັນດາສະຫາຍຕ້ອງກຳແໜ້ນກ່ຽວກັບພາລະບົດບາດການເຄື່ອນໄຫວວຽກງານ, ຂອງກົມກອງຕົນແລະໃຫ້ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານພາຍໃນກົມກອງຂອງຕົນໃຫ້ຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງປະຕິບັດພັນທະໜ້າທີ່ ແລະ ກໍຍົກສຸງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນເລື້ອຍໆ ແລະພ້ອມນັ້ນກໍໃຫ້ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນພ້ອມກັນຈັດຕັ້ງປະຕິບັດວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນສຳເລັດ.

______________

ຂຽນໂດຍ: ແພງຕາ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ