ລາວຟອດຊີຕີ ນຳສະເໜີລົດໃໝ່ 2 ລຸ້ນ

   ເມື່ອອາທິດຜ່ານມາບໍລິສັດລາວຟອດຊີຕີໄດ້ນຳສະເໜີລົດໃໝ່ 2 ລຸ້ນຄືຟອດເຣນເຈີວາຍແທຣກ ແລະຟອດເອເວີເຣດເພື່ອໃຫ້ລູກຄ້າຢູ່ລາວໄດ້ສຳພັດ ແລະຈັບຈອງເປັນເຈົ້າຂອງ.

ພາບປະກອບຂ່າວ: 

  ທ່ານຜູ້ຈັດການບໍລິສັດລາວຟອດຊີຕີກ່າວວ່າມີລູກຄ້າຫຼາຍຄົນບອກວ່າພວກເຂົາຮັກໃນສະມັດຖະພາບຂອງລົດກະບະ ແລະ ເອສຢູວີຂອງຟອດເນື່ອງຈາກຕອບໂຈດເໝາະສຳລັບການໃຊ້ງານໃນຊີວິດປະຈຳວັນໄດ້ດີຈາກນັ້ນບໍລິສັດລາວຟອດຊີຕີຈຶ່ງໄດ້ມີການປຶກສາຫາລືກັນຫຼາຍເດືອນ ແລະຕັດສິນໃຈນຳເຂົ້າລົດ 2 ລຸ້ນນີ້ເຂົ້າມາລາວຟອດເຣນເຈີວາຍແທຣກ Ford Ranger Wildtrak ປະເພດກະບະ ແລະ ຟອດເອເວີເຣດ Ford Everast ເອສຢູວີ ໃໝ່ນີ້ມີເຕັກໂນໂລຊີທີ່ທັນສະໄໝ ແລະ ລະບົບອຳນວຍຄວາມສະດວກລະບົບຈັກໃໝ່ 2.0 ລິດ ທີ່ມາພ້ອມເຄື່ອງຈັກຊົງພະລັງ 213 ແຮງມ້າເທີເບີຄູ່ ແລະລະບົບອັດຕະໂນມັດ.

ພາບປະກອບຂ່າວ:   

 ໃນງວດທຳອິດບໍລິສັດລາວຟອດຊີຕີໄດ້ນຳເຂົ້າລົດຟອດເຣນເຈີວາຍແທຣກ 12 ຄັນ ແລະກໍ່ໄດ້ຖືກຊື້ໄປໝົດແລ້ວພາຍໃນອາທິດດຽວລົດຟອເອເວີເຣດນຳເຂົ້າມາ 4 ຄັນລູກຄ້າຊື້ໄປແລ້ວ 2 ຄັນສຳລັບງວດທີ 2 ແມ່ນຈະນຳເຂົ້າມາໄວໆນີ້.

ພາບປະກອບຂ່າວ:

ສະໜັບສະໜູນໂດຍ: HONDA