ສະພາບພັດທະນາໂຄງການທາງດ່ວນ ລາວ-ຈີນ

  ໂຄງການທາງດ່ວນລາວ-ຈີນ ເປັນໂຄງການຮ່ວມມືທີ່ໃຫຍ່ຫຼວງ ແລະມີຄວາມໝາຍສໍາຄັນໃຫ້ແກ່ສອງລັດຖະບານ ແລະປະຊາຊົນສອງຊາດ ລາວ-ຈີນ, ໂຄງການດັ່ງກ່າວມີຈຸດເລີ່ມຕົ້ນແຕ່ນະຄອນຫຼວງວຽງຈັນ ແລະປາຍທາງສຸດທີ່ດ່ານບໍ່ເຕ່ນໂດຍມີຄວາມຍາວທັງ ໝົດ 460 ກິໂລແມັດ ແຜນການລົງທຶນ 8,9 ຕື້ໂລດາສະຫະລັດ.
   ອີງຕາມບົດລາຍງານຂອງປະທານບໍລິສັດຮ່ວມມືລາວ-ຈີນ ໃຫ້ຮູ້ວ່າ: ໂຄງການທາງດ່ວນລາວ-ຈີນ, ແລວທາງຈຸດເລີ່ມຕົ້ນແຕ່ນະຄອນຫຼວງວຽງຈັນ, ຜ່ານແຂວງ ວຽງຈັນ, ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ສາຍທາງສູດທີ່ດ່ານບໍ່ເຕ່ນ-ບໍ່ຫານ, ມີຄວາມຍາວທັງໝົດ 460 ກິໂລແມັດ, ແຜນການລົງທຶນທັງໝົດ 8,9 ຕື້ໂດລາສະຫະລັດ, ການກໍ່ສ້າງແມ່ນແບ່ງອອກເປັນແຕ່ລະຊ້ວງຄື: ຊ້ວງນະຄອນຫຼວງວຽງຈັນ-ວັງວຽງ, ຊ້ວງວັງວຽງ-ນະຄອນຫຼວງພະບາງ, ຊ້ວງນະຄອນຫຼວງພະບາງ-ແຂວງອຸດົມໄຊ, ຊ້ວງແຂວງອຸດົມໄຊ-ດ່ານບໍ່ ເຕ່ນຊາຍແດນລາວ-ຈີນ; ສໍາລັບຊ້ວງນະຄອນຫຼວງ-ວັງວຽງ ຄວາມຍາວທັງໝົດ 113.5 ກິໂລແມັດ, ທຶນໂຄງການທັງໝົດ 1,3 ຕື້ໂດລາສະຫະລັດ, ໂຄງການນີ້ເລີ່ມປະຕິບັດການກໍ່ສ້າງທັນວາ 2018, ສະພາບປະຕິບັດໂຄງການໃນປະຈຸບັນແມ່ນສໍາເລັດວິສາວະກໍາຂອງແລວທາງ ແລະອຸມົງພື້ນຖານ, ກໍາລັງປະຕິບັດວຽກງານວິສາວະກໍາໜ້າທາງ, ງານວິສາວະກໍາຂົວແລວທາງ ແລະງານວິສາວະກໍາສ້າງອາຄານອື່ນໆ, ມາ ຮອດປະຈຸບັນນີ້, ການລົງທຶນໂຄງການທັງໝົດ 1 ຕື້ໂດລາສະຫະລັດ, ກວມ 77% ຂອງການລົງທຶນ ໂຄງການທັງໝົດເນື່ອງຈາກຜົນກະທົບໂຄວິດ-19 ເຮັດໃຫ້ໂຄງ ການຖືກຜົນກະທົບບາງສ່ວນເຊັ່ນ: ດ້ານການຂົນສົ່ງວັດສະດຸນໍາໃຊ້ໃນການກໍ່ສ້າງເຮັດໃຫ້ການພັດທະນາໂຄງການຊັກຊ້າລົງ, ສະນັ້ນ, ຈຶ່ງເຮັດໃຫ້ການເລື່ອນເປີດການບໍລິການໃນແຜນການເບື້ອງຕົ້ນເກີດມີການປ່ຽນແປງ, ແຕ່ຢ່າງໃດກໍຕາມ, ທາງບໍລິສັດດັ່ງກ່າວຈະພະຍາຍາມເຕັມຄວາມສາມາດໃຫ້ໂຄງການສໍາເລັດກ່ອນວັນທີ 2 ທັນ ວາ 2020 ນີ້, ເພື່ອຖືເອົາໂຄງການນີ້ມອບເປັນຂອງຂວັນວັນຊາດຄົບຮອບ 45 ປີ ໃຫ້ ແກ່ລັດຖະບານ ສປປ ລາວ.


  ນອກຈາກນັ້ນ, ບໍລິສັດກໍ່ກໍາລັງສ້າງແຜນສຶກສາຄວາມເປັນໄປໄດ້ຂອງການກໍ່ສ້າງໂຄງການທາງດ່ວນຊ້ວງວັງວຽງ-ນະຄອນຫຼວງພະບາງ-ແຂວງອຸດົມໄຊ-ດ່ານບໍ່ເຕ່ນຊາຍແດນລາວ-ຈີນ, ໃນນັ້ນບົດວິເຄາະແລວທາງດ່ວນຊ້ວງວັງວຽງ-ນະຄອນຫຼວງພະບາງແມ່ນໄດ້ສະເໜີຜ່ານການອະນຸມັດຈາກອົງການປົກຄອງແຂວງວຽງຈັນ ແລະແຂວງຫຼວງພະບາງເປັນທີ່ຮຽບຮ້ອຍແລ້ວ, ລໍຖ້າການອະນຸມັດຈາກກະຊວງໂຍທາທິການ ແລະຂົນສົ່ງເທົ່ານັ້ນ.
   ແນວໃດກໍຕາມຖ້າຫາກໂຄງການດັ່ງກ່າວສຳເລັດຈະເຮັດໃຫ້ການເດີນທາງຈາກນະຄອນຫຼວງວຽງຈັນຫາດ່ານສາກົນບໍ່ເຕ່ນໃຊ້ເວລາພຽງແຕ່ 6 ຊົ່ວໂມງ ຊຶ່ງປະຢັດເວລາເຖິງ 14 ຊົ່ວໂມງ ຫາກປຽບໃສ່ປະຈຸບັນນີ້ ແລະສາມາດເດີນທາງຈາກນະຄອນຫຼວງວຽງຈັນຮອດເມືອງຄຸນໝິງ ແຂວງຢຸນນານໄດ້ພາຍໃນມື້ດຽວຊຶ່ງຈະເພີ່ມທະວີການຮ່ວມມືແລກປ່ຽນທາງດ້ານເສດຖະກິດ-ການຄ້າລະຫວ່າງລາວ-ຈີນ,ສົ່ງເສີມການພັດທະນາເສດຖະກິດ-ສັງຄົມລາວບັນດາເຂດແຂວງພາກຕາເວັນຕົກສ່ຽງໃຕ້ຂອງຈີນໃຫ້ສະດວກສະບາຍຍິ່ງຂຶ້ນ.