ສໍາເລັດການສ້ອມແປງຂົວຂ້າມຫ້ວຍ ແຫ່ງທີ 3 ເຂດ 8 ເມືອງພີນ

  ເມື່ອບໍ່ດົນມານີ້, ຄະນະການນໍາຂອງເມືອງພີນໄດ້ສ້າງຂະບວນການນໍາພາປະຊາຊົນກຸ່ມບ້ານພັດທະນາທີ 8 ສ້ອມແປງຂົວທີ່ເປ້ເພຈາກອາຍຸການໃຊ້ງານໃນໄລຍະຜ່ານມາໂດຍພາຍໃຕ້ການນໍາພາຂອງທ່ານ ສາລີ ວິນລາວັນ ເຈົ້າເມືອງໆພີນ ພ້ອມຄະນະ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ,ພະນັກງານວິຊາສະເພາະກ່ຽວຂ້ອງ ແລະປະ ຊາຊົນກຸ່ມບ້ານພັດທະນາທີ 8 ເຂົ້າຮ່ວມຈໍານວນທັງໝົດເກືອບ 100 ຄົນ.


  ໃນການສືບຕໍ່ສ້ອມແປງຂົວແຫ່ງທີ 3 ຄັ້ງນີ້, ແມ່ນຕັ້ງຢູ່ເຂດ ບ້ານນາໂພຄໍາ (ຂົວຫ້ວຍເລະ) ເຂດ 8 ຊຶ່ງຫ່າງຈາກເທສະບານເມືອງພີນປະມານ 21 ກິໂລແມັດ, ມີຄວາມຍາວ 15 ແມັດ, ກວ້າງ 4 ແມັດ, ພື້ນຖານໂຄງລ່າງຂົວແມ່ນເຫຼັກໜາ ແລະດ້ານເທິງແມ່ນປູດ້ວຍໄມ້ສຳລັບການສ້ອມແປງຄືນໃໝ່ໃນຄັ້ງນີ້ແມ່ນໄດ້ມີການຍົກຫົວຂົວຂຶ້ນໃໝ່, ຮື້ຖອນໄມ້ປູເກົ່າທີ່ໃຊ້ງານບໍ່ໄດ້ອອກ ແລະ ໄດ້ມີການປັບປຸງຖົມຫົວຂົວ, ມີມູນຄ່າການສ້ອມແປງຂົວຂ້າມຫ້ວຍຄັ້ງນີ້ປະມານເກືອບ 50 ລ້ານກີບ ໂດຍ ແມ່ນທຶນສົມທົບຈາກຊຸມຊົນເຂດກຸ່ມບ້ານດັ່ງກ່າວ.