ຮ້ານດາດ້າ ແຟຊັນ ຕັດຫຍິບ ເນັ້ນໃສ່ໃຈຄຸນນະພາບ ເປັນທີ່ຍອມຮັບຕະຫຼາດສາກົນ

   ຮ້ານດາດ້າແຟຊັນຕັດຫຍິບບໍລິການຕັດຊຸດ, ຜ້າໄໝລາຕີຊຸດຊົນເຜົ່າຕ່າງອອກແບບຕັດໄອເດຍໂຕເອງທີ່ມີປະສົບການດ້ານນີ້ພິເສດທີ່ສຳຄັນເພິ່ນເນັ້ນບໍລິການວ່ອງໄວ້ທັນໃຈຄຸນນະພາບເຮັດໃຫ້ເປັນທີ່ຍອມຮັບຈາກສັງຄົມຕະຫຼາດພາຍໃນ ແລະຕ່າງປະເທດ.


  ເມື່ອບໍ່ດົນມານີ້ ທ່ານ ນາງ ຟ້າໃສ ຢ່າງ ໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ການເປີດຮ້ານແຟຊັນແມ່ນຕົນເອງມີຄວາມມັກຮັກແຕ່ອາຍຸຍັງນ້ອຍ ແລະພໍມີຕົ້ນທຶນມາກໍ່ເປີດຮ້ານຊຶ່ງຮ້ານເລີ່ມເປີດບໍລິການມາ 2 ປີ ບໍລິການຕັດຊຸດ, ຜ້າໄໝລາຕີຊຸດຊົນເຜົ່າຕ່າງສິນຄ້າທຸກຢ່າງແມ່ນຕົນເອງເປັນຄົນຄິດຕັດເອງເຄື່ອງນຳມາຜະລິດແມ່ນຊື້ຕາມຕະຫຼາດບ້ານເຮົາ ແລະປະເທດຫວຽດນາມ.


  ຮ້ານດາດ້າແຟຊັນແມ່ນເຮັດຕັດອອກແບບສະເພາະຊຸດຊົນເຜົ່າໂດຍຮ້ານເນັ້ນການບໍລິການຫົວໃຈລັກຄືຄຸນນະພາບ, ວ່ອງໄວ້ທັນໃຈເຮັດໃຫ້ການບໍລິການນັບເປີດຮອດ ປະຈຸບັນເປັນທີ່ຍອມຮັບສັງຄົມຕະຫຼາດພາຍໃນ ແລະຕ່າງປະເທດສິ້ນຄ້າສ່ວນໃຫຍ່ແມ່ນສົ່ງອອກອາເມລິກາ ແລະຕະຫຼາດບ້ານເຮົາຍອດສົ່ງອອກຂາຍສະເລ່ຍແຕ່ລະເດືອນຖືວ່າສັງຄົມແມ່ນໃຫ້ຄວາມສົນໃຈຕ້ອງການເປັນຈຳນວນຫຼາຍເຮັດໃຫ້ຍອດເພີ່ມຂຶ້ນ 80% ເປັນທີ່ພໍໃຈຊຶ່ງລາຄາຊຸດທຳມະດາຮອດຊຸດລາຕີລາຄາເລີ່ມແຕ່ສາມແສນກີບ, ຮອດສອງລ້ານກີບ.


 ປະຈຸບັນຮ້ານດາດ້າເພິ່ນພ້ອມແລ້ວເປີດກວ້າງສັງຄົມມາໃຊ້ບໍລິການທົ່ວປະເທດພ້ອມເຮັດອອກແບບລູກຄ້າຕ້ອງການທ່ານໃດສົນໃຈກໍ່ສາມາດຕິດຕໍ່ພົວພັນທາງຮ້ານເພິ່ນຕັ້ງຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເບີ 02059789161 ຫຼື ເພລ DaDa Fas hion.

_______________

ຂຽນໂດຍ: ບຸນນິກ 

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ