ເປີດສັບປະດາຮູບເງົາແຫ່ງອາຊຽນ 2020

 ໃນລະຫວ່າງວັນທີ 19-25 ກໍລະກົດປີ 2020 ນີ້ນະຄອນ ດານັງຂອງ ສສ ຫວຽດນາມ ໄດ້ມີການເປີດສັບປະດາແຫ່ງຮູບເງົາ ອາຊຽນ 2020 ພາຍໃຕ້ຫົວຂໍ້ອາຊຽນທີ່ເຊື່ອມໂຍງ ແລະເປັນຝ່າຍ ບຸກໃນການປັບຕົວເພື່ອຕ້ອນຮັບ ປີປະທານອາຊຽນ 2020 ຂອງ ຫວຽດນາມ.

 ໂດຍຄະນະກຳມາການຈັດງານໄດ້ຄັດເລືອກຮູບເງົາສາລະຄະດີທັງໝົດ8 ເລື່ອງ ແລະຮູບເງົາກາຕູນ 1 ເລື່ອງຂອງປະເທດ:ບຣູໄນ,ກຳປູເຈຍ,ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟິິລິບປິນ, ສິງກະໂປ, ໄທ ແລະຫວຽດນາມ ມາສາຍພາຍໃນງານ ໂດຍເປີດໃຫ້ປະຊາຊົນເຂົ້າຊົມບໍ່ເສຍຄ່າ, ຊຶ່ງສັບປະດາຮູບເງົາແຫ່ງອາຊຽນ 2020 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 18-26 ກໍລະກົດ ຢູ່ 3 ນະຄອນໃຫຍ່ຄື: ນະຄອນຫຼວງຮ່າໂນຍ່, ດານັງ ແລະນະຄອນໂຮ່ຈີມິນ.

--------

ໜັງສືພິມເສດຖະກິດ-ສັງຄົມ