ເມືອງໄຊຍະບູລີ ມອບ-ຮັບໃບຢັ້ງຢືນຄອບຄົວວັດທະນະທຳໃຫ້ 2 ບ້ານ

  ໃນລະຫວ່າງວັນທີ 17 ຫາ 18 ກໍລະກົດ 2020 ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເມືອງໄຊຍະບູລີ ໄດ້ລົງມອບໃບຢັ້ງຢືນຄອບຄົວວັດທະນະ ທຳໃຫ້ບ້ານຫ້ວຍແສນຄຳ ແລະບ້ານຫ້ວຍແກ້ງ ທີ່ຫ້ອງປະຊຸມຂອງບ້ານດັ່ງກ່າວໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ,ທ່ານ ພອນພິລຸນ ປີ່ນທິບ ກຳມະການພັກເມືອງຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະທ່ຽວເມືອງ, ມີຄະນະກຳມະການການສ້າງຄົນ, ຄອບຄົວ ແລະ ສ້າງບ້ານວັດທະນະທຳ, ອົງການປົກຄອງບ້ານ ແລະພໍ່ແມ່ປະຊາຊົນ 2 ບ້ານດັ່ງກ່າວເຂົ້າຮ່ວມ.

  ທ່ານ ຂັນທອງ ວິໄລສັກ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊຍະບູລີເລກທີ 344/ຈມ ຊຍວ່າດ້ວຍການມອບໃບຢັ້ງຢືນຄອບຄົວວັດທະນະທຳໃຫ້ບ້ານຫ້ວຍແສນຄຳ ແລະບ້ານຫ້ວຍແກ້ງທີ່ໄດ້ຜ່ານການກວດກາຄົບຕາມ 5 ມາດຖານ, ບ້ານຫ້ວຍແສນຄຳມີ 10 ໜ່ວຍຄຸ້ມຄອງພົນລະເມືອງ, ມີ 104 ຄອບຄົວ, ມີພົນລະເມືອງ 679 ຄົນ, ຍິງ 297 ຄົນ, ຜ່ານການກວດກາສາມາດຮັບຮອງເປັນຄອບຄົວວັດທະນະທຳໄດ້ 84 ຄອບຄົວເທົ່າກັບ 80,7%,ຍັງ 20 ຄອບຄົວເທົ່າກັບ 19,3%, ສ່ວນບ້ານຫ້ວຍແກ້ງມີ 88 ຄອບຄົວ, ມີ 9 ໜ່ວຍຄຸ້ມຄອງ, ມີພົນລະເມືອງ 622 ຄົນ, ຍິງ 320 ຄົນ, ຜ່ານການກວດກາສາມາດຮັບຮອງເປັນຄອບຄົວວັດທະນະທຳ 81 ຄອບຄົວເທົ່າກັບ 92%, ຍັງ 7 ຄອບຄົວເທົ່າກັບ 8%.

  ຈາກນັ້ນໃນພິທີກໍ່ໄດ້ມອບໃບຢັ້ງຢືນຄອບຄົວວັດທະນະທຳໃຫ້ 2 ບ້ານ ໃຫ້ກຽດມອບໂດຍ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີພ້ອມນີ້ທ່ານ ພອນພິລຸນ ປີ່ນທິບ ກຳມະການພັກເມືອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງກໍ່ໄດ້ຜ່ານມາດຖານຂອງການສ້າງບ້ານວັດທະນະທຳເພື່ອສ້າງ 2 ບ້ານໃຫ້ໄດ້ຮັບຮອງເປັນບ້ານວັດທະນະທຳໃນຕໍ່ໜ້າ.