ຖໍ້າພໍ່ບົວ ຄວາມງົດງາມທີ່ທຳມະຊາດສ້າງຂຶ້ນ

  ທ່ອງທ່ຽວສະບັບວັນນີ້ເຮົາມາຮູ້ຈັກກັບຖໍ້າອຸດຕຸມຄຳ ຫຼື “ຖໍ້າພໍ່ບົວຊື່ນີ້ອາດຈະບໍ່ຄຸ້ນຫູຂອງໃຜຫຼາຍຄົນມີຫຼາຍຄົນອາດຈະຍັງບໍ່ຮູ້ຈັກຖໍ້ານີ້ສ່ວນຫຼາຍຄົນທີ່ຮູ້ຈັກຖໍ້ານີ້ຈະແມ່ນຄົນໃນພື້ນທີ່ຊຶ່ງຖໍ້າພໍ່ບົວຕັ້ງຢູ່ບ້ານຂິ່ງຫ່າງຈາກເທສະບານຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີປະມານ 5 ກິໂລແມັດ, ເປັນສະຖານທີ່ພັກຜ່ອນທີ່ສວຍງາມ ແລະຄວາມອຸດົມສົມບູນແບບທຳມະຊາດແລ້ວຍັງເປັນຖໍ້າທີ່ມີຄວາມສັກສິດຜູ້ຄົນໃຫ້ຄວາມເຄົາລົບນັບຖື ແລະ ສັກກາລະບູຊານັກທ່ອງທ່ຽວສາມາດໄປພັກຜ່ອນທ່ຽວຊົມຖໍ້າພໍ່ບົວດ້ວຍການຂີ່ລົດ.

  ຕາມຄຳບອກຂານກັນວ່າ: ຖໍ້າແຫ່ງນີ້ມີພະບົວລຽບປັດສະໂຖພ້ອມດ້ວຍສຳມະເນນ 3 ອົງຄື: ສຳມະເນນອິນເຫຼົາ, ສຳມະເນນຄຳ ແລະສຳມະເນນກັນນິຖາພາກັນໄປ ຈຳສິນພາວະນາຢູ່ໃນປ່າ, ສ່ວນພະບົວລຽບປັດສະໂຖໄດ້ຈຳສິນຢູ່ພາຍໃນຖໍ້າແຫ່ງນີ້ເພາະເຫັນວ່າເປັນສະຖານທີ່ສະຫງົບ ຊຶ່ງເໝາະແກ່ການປະຕິບັດທຳກຳມະຖານຂອງພະ ພິກຂຸສົງ ແລະດິນແດນແຫ່ງນີ້ຍັງ ເປັນບ່ອນທີ່ສັກສິດທີ່ປະຊາຊົນເຄົາ ລົບນັບຖືສັກກາລະບູຊາຕະຫຼອດມາ, ການທີ່ມີພະສົງໄປຈຳສິນພາ ວະນາສຶກສາຮໍ່າຮຽນວິໄນສົງຢູ່ເຂດນັ້ນກໍ່ເລີຍມີອອກຕົນຍາດໂຍມພາຍໃນບ້ານຂິ່ງ ແລະ ບ້ານຄໍ້າພາກັນມາບູລະນະປະຕິສັງຂອນຖໍ້າແຫ່ງນີ້ດ້ວຍການປຸກສ້າງກຸດຕິ, ກໍ່ພະທາດເຈດີ ແລະ ໄດ້ນຳເອົາພະພຸດທະຮູບໄປປະດິດສະຖານເພື່ອສັກກາລະບູຊາ, ບຸນປີໃໝ່ລາວຂອງທຸກໆປີປະຊາຊົນໄດ້ພ້ອມພາກັນໄປຫົດສົງພະພຸດທະຮູບ ແລະ ເປັນການພາຄອບຄົວຍາດພີ່ ນ້ອງໄປພັກຜ່ອນທ່ຽວຊົມ ທຳມະຊາດທີ່ມີຄວາມສວຍສົດງົດງາມອີກດ້ວຍ.

  ບໍ່ເວົ້າຫຍັງຫຼາຍລະທ່ານຜູ້ອ່ານຢາກໃຫ້ທ່ານຜູ້ອ່ານໄດ້ເດີນທາງໄປທ່ຽວຊົມດ້ວຍໂຕເອງຈະດີກວ່າ ຫຼືຖ້າທ່ານໃດມີໂອກາດໄດ້ໄປທ່ຽວຊຽງຮ່ອນຢາກບອກວ່າຖໍ້າພໍ່ບົວ ແມ່ນສະຖານທີ່ທ່ອງທ່ຽວທີ່ທ່ານບໍ່ຄວນພາດຢ່າງແນ່ນອນ.

___________

ຂຽນໂດຍ: ວົງມະນີ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ