ຄວາມຮູ້ກ່ຽວກັບສາເຫດ ແລະອາການຂອງໜິ້ວຖົງນໍ້າບີ

  ສາເຫດຂອງການເກີດໜິ້ວ ໃນຖົງນໍ້າບີສາເຫດຫຼັກໆມີ 3 ຢ່າງ ຄື: ຄວາມອີ່ມຕົວຂອງນໍ້າບີ, ການ ບີບຕົວຂອງຖົງນໍ້າບີບໍ່ດີ ຫຼື ມີການອຸດຕັນຂອງຖົງນໍ້າບີ ແລະການຕິດ ເຊື້ອໃນຖົງນໍ້າບີນອກຈາກນັ້ນຍັງ ພົບວ່າປັດໄຈທີ່ກໍ່ໃຫ້ເກີດຄວາມສ່ຽງຕໍ່ການເກີດໜິ້ວຖົງນໍ້າບີນັ້ນ ຄືການມີໄຂມັນສູງໃນຮ່າງກາຍ, ບໍ່ວ່າຈະເປັນຍ້ອນຄວາມອ້ວນ, ການກິນອາຫານຈຳພວກໄຂມັນ ສູງ ຫຼື ແມ່ຍິງທີ່ກິນຢາຄຸມກຳເນີດ ທີ່ມີສານຮໍໂມນເອສໂຕຣເຈນ ຊຶ່ງມີຜົນເພີ່ມປະລິມານໄຂມັນ ແລະ ຫຼຸດການເຄື່ອນຕົວຂອງຖົງນໍ້າບີກໍ່ລ້ວນເປັນປັດໄຈສະໜັບສະໜູນໃຫ້ເກີດໜິ້ວໃນຖົງນໍ້າບີທັງນັ້ນ.

 ອາການຂອງໜິ້ວຖົງ ນໍ້າບີອາດຈະສະແດງ ຫຼື ບໍ່ສະແດງອາການ ກໍ່ໄດ້ ຊຶ່ງອາການຈະສະແດງແຕກ ຕ່າງກັນໄປແລ້ວແຕ່ຕຳແໜ່ງທີ່ໜິ້ວເກາະຢູ່ ໂດຍສ່ວນໃຫຍ່ແມ່ນຈະມີ ອາການທ້ອງອືດ ແໜ້ນທ້ອງ ໂດຍ ສະເພາະຫຼັງກິນອາຫານທີ່ມີໄຂມັນ ຫຼາຍຈະປວດທ້ອງມາຂ້າງຂວາ ເປັນບາງຄັ້ງຄາວ ຫຼື ປວດທ້ອງ ຮຸນແຮງ ແລະປວດໄປທາງຂ້າງ ຂວາບາງຄົນອາດມມີໄຂ້ສູງກະທັນຫັນ ແລະຖ້າມີການອັກເສບຖົງ ນໍ້າດີຢ່າງກະທັນຫັນຈະມີີອາການ ຕົວເຫຼືອງ,ຕາເຫຼືອງ ແລະປັດສະວະສີເຂັ້ມອີກດ້ວຍ.

 ---------

ຮຽບຮຽງໂດຍ: ຟ້າ