ກຳມາທິການບັນດາເຜົ່າ ສຳມະນາຄຸ້ມຄອງການເຄື່ອນໄຫວວຽກງານສາສະໜາ

  ໃນລະຫວ່າງວັນທີ 20-21 ກໍລະກົດ 2020 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດຂຶ້ນເປີດກອງປະຊຸມສໍາມະນາຂອງກໍາມາທິການບັນດາເຜົ່າສະພາແຫ່ງຊາດກ່ຽວກັບການຄຸ້ມຄອງການເຄື່ອນໄຫວວຽກງານສາສະໜາພາຍໃຕ້ການປະທານເປັນຂອງທ່ານ ນາງ ບົວພັນ ລີໄກຢາ ປະທານກຳມາທິການບັນດາເຜົ່າ ແລະ ເຂົ້າຮ່ວມຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດຜູ້ຊີ້ນຳວຽກງານກຳມາທິການບັນດາເຜົ່າ;ເຂົ້າຮ່ວມມີ 6 ແຂວງຄື: ຫຼວງນໍ້າທາ, ຫົວພັນ, ຊຽງຂວາງ, ວຽງ ຈັນ, ບໍລິຄຳໄຊ ແລະອັດຕະປື ຕະຫຼອດຮອດຄະນະກົມ, ຄະນະພະແນກ, ວິຊາການພາຍໃນສະພາແຫ່ງຊາດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
   ກອງປະຊຸມຄັ້ງນີ້, ກໍເພື່ອຕີລາຄາຄືນການຈັດຕັ້ງປະຕິບັດພາລະບົດບາດຂອງພາກສ່ວນກ່ຽວຂ້ອງຕ່າງໆ ຕໍ່ການຄຸ້ມຄອງການເຄື່ອນໄຫວວຽກງານສາສະໜາ ແລະການແກ້ໄຂບັນຫາດັ່ງກ່າວໃນໄລຍະຜ່ານມາ ແລະທັງເພື່ອຖອດຖອນບົດຮຽນກ່ຽວກັບການພົວພັນປະສານງານລະຫວ່າງອົງການຕ່າງໆທີ່ກ່ຽວຂ້ອງດ້ວຍກັນ ແລະ ລະ ຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງກັບກຳມາທິການບັນດາເຜົ່າຕໍ່ກັບການຄຸ້ມຄອງກັບກຳມາທິການການເຄື່ອນໄຫວວຽກງານສາສະໜາ.
  ໃນກອງປະຊຸມ, ວິທະຍາກອນໄດ້ຂຶ້ນສະເໜີຫົວຂໍ້ເນື້ອໃນຕ່າງໆຄື: ການຕີລາຄາການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຄຸ້ມຄອງ ແລະການປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ສະບັບເລກທີ 315/ລບ, ລົງວັນທີ 16/8/ 2016 ຕິດພັນກັບສະພາບຕົວຈິງໃນການຈັດຕັ້ງປະຕິບັດພາລະບົດບາດຂອງກະຊວງພາຍໃນໃນການຄຸ້ມຄອງວຽກສາສະໜາ; ການປະຕິບັດພາລະບົດບາດຂອງສູນກາງແນວລາວສ້າງຊາດກ່ຽວກັບວຽກງານສາສະໜາໃນໄລຍະຜ່ານມາ; ການຄຸ້ມຄອງອົງການ INGOs ທີ່ເຄື່ອນໄຫວຢູ່ໃນ ສປປ ລາວ ແລະພັນທະໃນການຈັດຕັ້ງປະຕິບັດສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ; ການປະຕິບັດພາລະບົດບາດຂອງກົມໃຫຍ່ສັນ ຕິບານ, ກະຊວງປ້ອງກັນຄວາມສະຫງົບຕໍ່ກັບການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານສາສະໜາທີ່ເກີດຂຶ້ນຜ່ານມາ ແລະບົດລາຍງານຜົນການຕິດຕາມກວດກາຂອງກຳ ມາທິການບັນດາເຜົ່າກ່ຽວກັບການແກ້ໄຂປາກົດການຫຍໍ້ທໍ້ຂອງສາສະໜາທີ່ເກີດຂຶ້ນໃນລາວ 5 ປີຜ່ານມາ; ພ້ອມນັ້ນ,ຜູ້ເຂົ້າຮ່ວມຍັງໄດ້ມີການສົນທະນາປະກອບຄຳຄິດຄຳເຫັນ ແລະແລກປ່ຽນບົດຮຽນເຊິ່ງກັນ ແລະກັນຢ່າງກົງໄປກົງມາເຮັດໃຫ້ກອງປະຊຸມຄັ້ງນີ້ປະສົບຜົນສຳເລັດໄດ້ຕາມລະດັບຄາດໝາຍທີ່ວາງໄວ້.