ຫຼວງນໍ້າທາ ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນບັນລຸ 3 ພັນຕື້ກວ່າກີບ

 ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ 1 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 21 ກໍລະກົດ 2020 ທີ່ສະໂມສອນແຂວງໂດຍການເປັນປະທານຂອງທ່ານ ໄຊພອນ ຄຸນສີລິເຮືອງ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມຂອງທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເລຂາພັກ ແຂວງຮອງເຈົ້າແຂວງໆຫຼວງນໍ້າທາ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງພະແນກການອ້ອມຂ້າງ, ເຈົ້າເມືອງ 5 ເມືອງ, ພະນັກງານອາວຸໂສເຂົ້າຮ່ວມ.


  ທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າ ແຂວງຫຼວງນໍ້າທາ ຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2020 ແລະໄດ້ເອົາໃຈໃສ່ຄຸ້ມຄອງການລົງທຶນຂອງລັດ ແລະເອກະຊົນຕາມລະບຽບການ ແລະກົດໝາຍ, ພ້ອມທັງຊູກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ໂຄງການຊ່ວຍເຫຼືອລ້າ, ກູ້ຢືມຕ່າງໆໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງໃນປີ 2020 ມີໂຄງການລົງທຶນຂອງລັດທັງໝົດ 53 ໂຄງ ການມູນຄ່າ 18,82 ຕື້ກີບ, 6 ເດືອນຜ່ານມາໄດ້ຈັດຕັ້ງປະຕິບັດໄດ້ 26 ໂຄງການມູນຄ່າ 11,10 ຕື້ກີບ, ໄດ້ອະນຸມັດໂຄງການລົງທຶນທັງໝົດ 5 ໂຄງການມູນຄ່າ 14,92 ລ້ານໂດລາ, ລົງປະເມີນໂຄງການໄລຍະການຈັດຕັ້ງປະຕິບັດໂຄງການ ແລະ ກ່ອນການມອບ-ຮັບໄດ້ 3 ໂຄງການ, ມູນຄ່າ 3 ຕື້ກວ່າກີບ, ນອກນັ້ນຍັງມີໂຄງ ການກໍ່ສ້າງພື້ນຖານໂຄງລ່າງທີ່ໄດ້ຮັບຮອງຈາກສະພາປະຊາຊົນແຂວງຈໍານວນ 17 ໂຄງການ ມູນຄ່າ 21,37 ຕື້ກວ່າກີບ, ໄດ້ຊຸກຍູ້ການຜະລິດຂອງປະຊາຊົນເພື່ອຄໍ້າປະກັນສະບຽງອາຫານ ແລະ ການຜະລິດກະສິກໍາເປັນສີນຄ້າຢ່າງເປັນຂະບວນກວ້າງຂວາງ, ປະຈຸບັນທົ່ວແຂວງມີຫົວໜ່ວຍທຸລະກິດທີ່ໄດ້ຈົດທະບຽນວິສາຫະກິດຖືກ ຕ້ອງຕາມກົດໝາຍທັງໝົດ 3.878 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 4.805 ຕື້ກີບ, ເຂດເສດຖະກິດສະເພາະບໍ່ເຕ່ນແດນງາມໄດ້ເອົາໃຈໃສ່ຄຸ້ມຄອງ,ກວດກາຜູ້ປະກອບການ ແລະ ຄົນເຂົ້າ-ອອກເຂດຕາມລະບຽບການ, 6 ເດືອນຜ່ານມາສາມາດດຶງດູດການລົງທຶນທາງພາຍໃນ ແລະຕ່າງປະເທດໄດ້ 16 ບໍລິສັດ, ມີທຶນຈົດທະ ບຽນ 116,56 ຕື້ກີບ, ມາຮອດປະຈຸບັນແຂວງຫຼວງນໍ້າທາມີບ້ານວັດທະນາທໍາທັງໝົດ 304 ບ້ານ, ກວມ 85,87% ຂອງຈໍານວນບ້ານທັງໝົດໃນທົ່ວແຂວງ, ມີ 25.237 ຄອບຄົວ ແລະ 6 ກຸ່ມບ້ານ, ໄດ້ຄຸ້ມຄອງ, ຊູກຍູ້ບັນດາຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວ, ເຮືອນພັກ, ໂຮງແຮມ, ຮ້ານອາຫານ ແລະຮ້ານກິນດື່ມໃຫ້ເຂົ້ສູ່ລະບຽບການ ແລະວຽກງານອື່ນໆຕື່ມອິກ.


  ທິດທາງແຜນການ 6 ເດືອນທ້າຍ ປີ 2020 ສຶບຕໍ່ຮັບປະກັນເຮັດໃຫ້ແຂວງຫຼວງນໍ້າທາຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ລະດັບ 8,56% ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸໄດ້ 3.114 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ບັນລຸໄດ້ 1.897 ໂດລາສະຫະລັດ, ສົ່ງເສີມການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ, ການຄຸ້ມຄອງໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ສູ້ຊົນຂຸດຄົ້ນລາຍຮັບເຂົ້າງົບປະມານພຸດທ້ອງຖິ່ນ ແລະປະຕິບັດລາຍຈ່າຍໃຫ້ໄດ້ຕາມແຜນການ, ຄຸ້ມຄອງສິນຄ້າ-ລາຄາ ທີ່ມີຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນໃຫ້ດີ ແລະ ສຶບຕໍ່ຄຸ້ມ ຄອງ ແລະ ພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະທັນສະໄໝເທື່ອລະກ້າວ.

-----------------

ຂ່າວ: ມຸນຕີ, ນສພ ເສດຖະກິດ-ສັງຄົມ